ຊີຣີ ກຳນົດວັນເລືອກຕັ້ງ ປະທານາທິບໍດີ

ຊີຣີ ກຳນົດວັນເລືອກຕັ້ງ ປະທານາທິບໍດີ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຊີຣີ Mohammad al Lahham
(ພາບ: presstv.ir)


(vovworld) - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຊີຣີ Mohammad al Lahham ຖະ​ແຫຼງວ່າ ປະ​ເທດ​ນີ້​ຈະ​ດຳ​ເນີນ​ການ​​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ທີ 03/06 ຈະ​ມາ​ເຖິງ. ນີ້​ຈະ​ແມ່ນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄັ້ງ​ທຳ​ອິດ ດ້ວຍ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຫຼາຍ​ທ່ານຢູ່ຊີຣີ ນັບ​ແຕ່​ເມື່ອ ກາມາ​ກຸດ ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ທີ່ພວມ​ປະກາດ​ໃຊ້​ໃນ​ປະຈຸ​ບັນ. ກ່າວ​ຄຳ​ເຫັນ​ທີ່​ວາລະປະຊຸມຄັ້ງ​ທີ 1 ຂອງ​ສະພາ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 21/04, ທ່ານ Lahham ​ໃຫ້​ຮູ້​ວ່າ ການ​ເລືອກ​ຕັ້ງ​ປະທານາທິບໍດີຂອງ​​ປະ​ເທດ​ ສ.ຊີຣີ ຈະ​ຈັດ​ຂຶ້ນ​ແຕ່​ເວລາ 7 ​ໂມງ - 19 ​ໂມງ ​ໃນ​ວັນ​ທີ 03/06 ຈະ​ມາ​ເຖິງ, ​ໃນ​ຂະນະ​ນັ້ນ, ການ​ປ່ອນ​ບັດ​​ເລືອກ​ຕັ້ງຂອງ​ຊາວ​ຊີຣີ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຈະ​ຖືກ​ດຳ​ເນີນ​​ໄປໃນ​ວັນ​ທີ 28/05 ຈະ​ມາ​ເຖິງ. ທີ່​ວາລະປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ຊີຣີ ​ເລີ່​ມ​ເຄື່ອນ​ໄຫວ​ວຽກ​ງານ​ຈົດ​ທະບຽນ​ໃຫ້​ແກ່​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຈະ​ມາ​ເຖິງ​​ຢ່າງ​ເປັນ​ທາງ​ການ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Lahham ​ໃຫ້​ຮູ້​ວ່າ ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ອາດ​ຈະ​ສົ່ງ​​ໃບ​ຄຳ​ຮ້ອງຫາ​ສຽງ​ເລືອກ​ຕັ້ງ​ຂຶ້ນ​ສານ​ລັດຖະທຳ​ມະນູນສຸງສຸດ ​ໃນ​ໄລຍະ​ເວລາ​ແຕ່​ວັນ​ທີ 22/04 – 01/05.

ຂ່າວ/ບົດ​ອື່ນ