ຊີຣີ: ຍັງບໍ່ທັນມີສາມັນຊົນໃດໆຍົກຍ້າຍອອກຈາກ Ghouta ຕາເວັນອອກໃນມື້ທຳອິດຢຸດຍິງ

(VOVWORLD) -ຍັງບໍ່ທັນມີສາມັນຊົນໃດໆຍົກຍ້າຍອອກຈາກ Ghouta ຕາເວັນອອກ ຂອງຊີຣີ ໃນວັນທີ 27 ກຸມພາ, ເປັນມື້ທຳອິດຜັນຂະຫຍາຍ “ການຢຸດຍິງມະນຸດສະທຳ” ໂດຍລັດເຊຍ ສະເໜີຢູ່ທີນີ້.
ຊີຣີ: ຍັງບໍ່ທັນມີສາມັນຊົນໃດໆຍົກຍ້າຍອອກຈາກ Ghouta  ຕາເວັນອອກໃນມື້ທຳອິດຢຸດຍິງ - ảnh 1 (ພາບປະກອບ: THX/TTXVN)

ຊ່ອງໂທລະພາບແຫ່ງລັດຂອງຊີຣີ ໄດ້ຍົກອອກຂໍ້ມູນຂ່າວດັ່ງກ່າວ, ພ້ອມທັງກ່າວຫາພວກກະບົດໄດ້ຍິງປືນໃຫຍ່ໃສ່ເສັ້ນທາງຍົກຍ້າຍ ເຊິ່ງໄດ້ເປີດເພື່ອໃຫ້ສາມັນຊົນສາມາດອອກຈາກເຂດປະທະກັນ.

        ກ່ອນໜ້ານັ້ນ, ກອງທັບລັດເຊຍ ກໍ່ຍົກອອກຄຳຕຳໜິຕິຕຽນຄ້າຍຄືກັນ. ໃນຂະນະນັ້ນ, ຝ່າຍຄ້ານກໍ່ກ່າວຫາກຳລັງລັດຖະບານໄດ້ຍິງປືນຢູ່ Ghouta ຕາເວັນອອກ ໃນ “ການຢຸດຍິງມະນຸດສະທຳ”

        ໃນເຫດການທີ່ກ່ຽວຂ້ອງ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຢືນຢັນວ່າ, ການຂົງສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳຈະໄດ້ສົ່ງເຖິງເຂດ Ghouta ຕາເວັນອອກ ຂອງຊີຣີ ຜ່ານ “ເສັ້ນທາງມະນຸດສະທຳ” ເຊິ່ງມົດສະກູ ຊ່ວຍສ້າງຕັ້ງ. ທ່ານ Lavrov ໃຫ້ຮູ້ວ່າ ເສັ້ນທາງດັ່ງກ່າວໄດ້ຮັບການສ້າງຂຶ້ນເພື່ອຍົກຍ້າຍສາມັນຊົນ ແລະ ຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ