ຊີຣີ ປະຕິເສດຄຳກ່າວຫານຳໃຊ້ອາວຸດເຄມີຂອງ Damascus

ຊີຣີ ປະຕິເສດຄຳກ່າວຫານຳໃຊ້ອາວຸດເຄມີຂອງ Damascus - ảnh 1
ພາບປະກອບຈາກ AFP

(vovworld) – ວັນ​ທີ 21/8, ສະພາ​ຄວາມ​ໝັ້ນຄົງ, ສະຫະ​ປະຊາ​ຊາດ ​ໄດ້​​ຮຽກໂຮມ​ປະຊຸມ​ລັບ​ພາຍຫຼັງ​ມີ​ແຫຼ່ງຂ່າວ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ຢູ່​ໃກ້​ກັບ​ນະຄອນຫຼວງ Damascus ຂອງ ຊີ​ຣີ ​ເຊິ່ງຝ່າຍ​ຄ້ານ​ປະ​ເທດ​ນີ້ ກ່າວ​ຫາ​ໂດຍ​ກອງທັບ​ຂອງ​ປະທານາທິບໍດີ Bashar Al – Assad ດຳ​ເນີນ, ​ເຮັດ​​ໃຫ້ກ່ວາ 1.300 ​ເສຍ​ຊີວິດ. ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໄດ້​ຮັບ​ກາ​ນດຳ​ເນີນ​ຕາມ​ຂໍ້​ສະ​ເໜີ​ຂອງ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ບາງ​ປະ​ເທດ​ຄື: ອັງກິດ, ຝຣັ່ງ, ອາ​ເມ​ລິ​ກາ, ສ ​ເກົາຫຼີ.​.​.​ ​​ໃນ​ຂະນະທີ່​ຫົວໜ້າກຸ່ມ​ນັກ​ກວດກາ​ຂອງ​ສະຫະ​ປະຊາ​ຊາດ ທ່ານ Ake Sellstroem ພວມ​ດຳ​ເນີນ​ການ​ປຶກສາ​ຫາລື​ຄັ້ງ​ຕ່າງໆ​ກັບ​ລັດຖະບານ ຊີຣີ ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ນີ້, ພ້ອມ​ທັງ​ຕິດ​ຕາມ​ກວດກາ​ສະພາບ​ການ.

    ​ໃນ​ທັນທີ, ຊີຣີ ​ໄດ້​ປະຕິ​ເສດ​ແຫຼ່ງຂ່າວ​ເວົ້າ​ວ່າ: ກອງທັບ​ປະ​ເທດ​ນີ້​ໄດ້​ນຳ​ໃຊ້​ອາວຸດ​ເຄມີ​​ໃນການ​ບຸກ​ໂຈມ​ຕີ​ຫວ່າງ​ແລ້ວ​ນີ້ ​​​ແນ​ໃສ່​ກຳລັງ​ຝ່າຍ​ຄ້ານ​ຢູ່​ຊານ​ນະຄອນຫຼວງ Damascus ​ໄປ​ທາງ​ທິດຕາ​ເວັນ​ອອກ. ​ແຫຼ່ງຂ່າວ​ແຫ່​ງລັດ SANA ຂອງ ຊີຣີ ກໍ່​ຊີ້​ແຈ້ງ​ບັນດາ​ແຫຼ່ງຂ່າວ​ດັ່ງກ່າວ​ແມ່ນ​ບໍ່​ມີ​ຫຼັກ​ຖານ, ​ແນ​ໃສ່​ເຮັດ​ໃຫ້​​ບັນດາ​ນັກ​ກວດກາ​ສະຫະ​ປະຊາ​ຊາດ ຫັນຄວາມ​ສົນ​ໃຈ​ໄປ​ທາງ​ອື່ນ.

ຂ່າວ/ບົດ​ອື່ນ