ຊີຣີ ພາຍຫລັງ 1 ປີເກີດການຈະລາຈົນ

ຊີຣີ ພາຍຫລັງ 1 ປີເກີດການຈະລາຈົນ - ảnh 1

ການ​ແຫ່​ຂະ​ບວນປະ​ທ້ວງ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່ ຊີຣີ

(ພາບ:dangcongsan.vn)

( vovworld ) ​​ວັນ​ທີ 15/3, ​ເປັນ​ຂີດ​ໝາຍ 1 ປີ​ເຕັມ​ແຫ່ງ​ວັນ​ເກີດ​ວິ​ກິດ​ການ​ດ້ານ​ການ​ເມືອງ ​ແລະ ການ​ຈະລາຈົນ​ ຊື່​ງ​ໄດ້​ເຮັດ​ໃຫ້ 8000 ຄົນ​ເສຍ​ຊີວິດ ​ແລະ​ ​ເຮັດ​ໃຫ້​ນັບ​ໝື່ນໆ​ຄົນ​ຕ້ອງ​ໄປ​ລີ້ໄພ. ​ເຖິງ​ວ່າ ທັງ​ລັດຖະບານ ຊີຣີ ​ແລະ​ ປະຊາ​ຄົມ​ໂລກ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ກະ​ແສ​ຟອງ​ນີ້​ກໍ່ຕາມ ​ແຕ່​ມາ​ຮອດ​ປະຈຸ​ບັນ, ວິ​ກິດ​ການ​ຢູ່ ຊີຣີ ຍັງ​ບໍ່​ທັນ​ມີ​ທາງ​ອອກ​ເທື່ອ. ກ່າວ​ຄຳ​ເຫັນ​ທີ່​ນະຄອນຫຼວງ Damascus ​ເນື່ອງ​ໃນ​ໂອກາດ​ເຫດການ​ນີ້, ທ່ານ Jihad Makdissi ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຊີຣີ ຖື​ວ່າ: ວິ​ກິດ​ການ​ປະຈຸ​ບັນ​ນີ້​ສັບສົນ​ທີ່​ສຸດ ​ແຕ່ ຊີຣີ ຍັງ​ຢາກ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ດ້ວຍ​ຕົນ​ເອງ ຫາກ​ບໍ່​ຕ້ອງການ​ການ​ແຊກ​ແຊງ​ຈາກ​ພາຍ​ນອກ. ກ່ຽວຂ້ອງ​ເຖິງ ຊີຣີ ຍັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ: ວັນ​ທີ 14/3, ອາຣາບີ ຊາ​ອູ​ດີ, ອີ​ຕາ​ລີ ​ແລະ ​ໂຮ​ນລັງ ​ໄດ້​ພ້ອມ​ກັນ​ປະກາດ​ປິດ​ປະຕູ​ສະຖານທູດ​ປະຈຳ ຊີຣີ ​ແລະ ສົ່ງ​ບັນດາ​ນັກ​ການ​ທູດ​ກັບ​ເມືອ​ປະ​ເທດ ​ເພື່ອ​ຄັດຄ້ານ​ເລື່ອງ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Atxat ບໍ່​ສະກັດ​ກັ້ນການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້. ກ່ອນ​ໜ້ານັ້ນ, ອັງກິດ, ຝະລັ່ງ, ​ແອດ​ສະ​ປາຍ ​ແລະ ອາ​ເມ​ລິ​ກາ ກໍ​ໄດ້​ປິດ​ປະຕູ​ສະຖານທູດ​ປະຈຳ ຊີຣີ.

ຂ່າວ/ບົດ​ອື່ນ