ຊີຣີ ຢືນຢັນບໍ່ເປັນກຳມະສິດອາວຸດເຄມີແລ້ວ

(VOVWORLD) - ບັນດາກຸ່ມກໍໍ່ການຮ້າຍຢູ່ ຊີຣີ ຄື al – Nusra ແລະ ອົງການ IS ພວມກຳມະສິດອາວຸດເຄມີ, ພ້ອມທັງກ່າວປະນາມຢ່າງແຮງກ່ຽວກັບການນຳໃຊ້ອາວຸດເຄມີຢູ່ທຸກໆສະຖານທີ່

ທີ່ກອງປະຊຸມກ່ຽວກັບການປອດອາວຸດໂດຍ ສປຊ ຈັດຕັ້ງຢູ່ ເຊີແນວ, ປະເທດ ສະວິດ, ວັນທີ 28 ກຸມພາ, ທ່ານ Hussam Edin Aala, ເອກອັກຄະລັດຖະທູດ ຊີຣີ ປະຈຳ ສະຫະປະຊາຊາດ ໄດ້ຢັ້ງຢືນວ່າ: ປະເທດນີ້ໄດ້ເຜົາຜານສາງອາວຸດເຄມີ ແລະ ປະຕິເສດຄຳກ່າວຫາທີ່ບໍ່ຖືກຕ້ອງ ຂອງຫຼາຍປະເທດ ເພື່ອແນໃສ່ອຳນາດການປົກຄອງຂອງທ່ານ ປະທານາທິບໍດີ Bashar al – Assad ກ່ຽວກັບການນຳໃຊ້ອາວຸດນີ້. ທ່ານ Aala ກໍ່ໃຫ້ຮູ້ວ່າ:   ບັນດາກຸ່ມກໍໍ່ການຮ້າຍຢູ່ ຊີຣີ ຄື al – Nusra ແລະ ອົງການ IS ພວມກຳມະສິດອາວຸດເຄມີ, ພ້ອມທັງກ່າວປະນາມຢ່າງແຮງກ່ຽວກັບການນຳໃຊ້ອາວຸດເຄມີຢູ່ທຸກໆສະຖານທີ່.

        ກ່ຽວກັບບັນຫາດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຢັ້ງຢືນວ່າ: ຊີຣີ ໄດ້ລົບລ້າງສາງອາວຸດເຄມີ ແລະ ມີການຄວບຄຸມຂອງປະຊາຄົມສາກົນ. ທ່ານ Lavrov ກ່າວຫາ ອາເມລິກາ ພ້ອມກັບສຳພັນທະມິດພວມ “ສວຍໃຊ້ບັນດາຄຳກ່າວຫາໂດຍບໍ່ມີຫຼັກຖານກ່ຽວກັບເລື່ອງອຳນາດການປົກຄອງ Damascus ນຳໃຊ້ອາວຸດເຄມີເພື່ອເປັນອຸປະກອນຕ້ານຄືນກົງຈັກການເມືອງຂອງ ຊີຣີ.”

ຕອບກັບ

ຂ່າວ/ບົດ​ອື່ນ