ຊີຣີ ເນັ້ນໜັກຈຸດໝາຍບັນລຸຂໍ້ຕົກລົງຢຸດຍິງໃໝ່

ຊີຣີ ເນັ້ນໜັກຈຸດໝາຍບັນລຸຂໍ້ຕົກລົງຢຸດຍິງໃໝ່ - ảnh 1
ທ່ານ​ປະທານາທິບໍດີ ຊີຣີ Bashar al – Assad (ເບື້ອງຂວາ)
(ພາບ: EPA/TTXVN)


(vovworld) – ​ວັນ​ທີ 19/01, ທ່ານ​ປະທານາທິບໍດີ ຊີຣີ Bashar al – Assad ​ໃຫ້​ຮູ້​ວ່າ ການ​ເຈລະຈາ​ສັນຕິພາບ​ຢູ່​ນະຄອນຫລວງ Astana ຂອງ ກາ​ຊັກ​ສະຖານ​ ​ໃນ​ອາທິດ​ຈະ​ມາ​ເຖິງ ຈະ​ສຸມ​ໃສ່​ເຂົ້າ​ໃນ​ເລື່ອງຢຸດຕິ້​ບັນດາ​ການ​ກະທຳທີ່​ເປັນປໍ​ລະ​ປັກ ອະນຸ​ຍາດ​ໃຫ້​ຂົນ​ສົ່ງ​ສິນຄ້າຊ່ວຍ​ເຫຼືອ​ມະນຸດສະທຳ​ເຂົ້າປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ຕາມ​ເນື້ອ​ໃນ​​ໂດຍຫ້ອງ​ວ່າການ​ປະທານາທິບໍດີ ຊີຣີ ປະກາດ​ແລ້ວ, ກ່າວ​ຄຳ​ເຫັນ​ໃນ​ຊ່ອງ​ໂທລະພາບ TBS ຂອງ ຍີ່ປຸ່ນ, ທ່ານ  ​ Bashar al – Assad ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ສັນຕິພາບ​ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ສະຫງວນ​ບຸລິມະສິດ ​ເພື່ອ​ບັນລຸ​ໄດ້​ຄຳ​ສັ່ງ​ຢຸດ​ຍິງ ​ແນ​ໃສ່​ປົກ​ປ້ອງ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ​ອະນຸຍາດ​ໃຫ້​ຈົນ​ສົ່ງ​ສິນຄ້າ​ຊ່ວຍ​ເຫຼືອ​ມະນຸດສະທຳ​​ເຖິງ​ຫລາຍ​ເຂດ​ຢູ່ ຊີຣີ. ນອກ​ນັ້ນ ການ​ນຳ ຊີຣີ ກໍ່​ເຊື່ອ​ໝັ້ນ​ວ່າ ການ​ເຈລະຈາ​ສັນຕິພາບ​ນີ້ ຈະ​ ອະນຸ​ຍາດ​ໃຫ້ບັນດາ​ກຸ່ມ​ລຸກ​ຮື້​ຂຶ້ນ​ບັນລຸ​ໄດ້​ຂໍ້​ຕົກລົງ​ໄກ່​ເກ​ຍປອງ​ດອງ​ຕ່າງໆ​ກັບ​ລັດຖະບານ.


ຂ່າວ/ບົດ​ອື່ນ