ຊີຣີ ແລະ ລັດເຊຍ ປະຕິສັດບົດລາຍງານສືບລາຊະການລັບຂອງ ອາເມລິກາ ກ່ຽວກັບການນຳໃຊ້ອາວຸດເຄມີ

ຊີຣີ ແລະ ລັດເຊຍ ປະຕິສັດບົດລາຍງານສືບລາຊະການລັບຂອງ ອາເມລິກາ ກ່ຽວກັບການນຳໃຊ້ອາວຸດເຄມີ - ảnh 1
ທ່ານ​ປະທານ​ທິບໍດີ ລັດ​ເຊຍ Vladimir Putin
(ພາບ: RIA)

(vovworld) –  ວັນ​ທີ 31/8, ພາຍຫຼັງ​ກຸ່ມ​ນັກ​ກວດກາ​ຂອງ​ສະຫະ​ປະຊາ​ຊາດ​ສິ້ນ​ສຸດ​ການ​ສືບສວນ​ກໍລະນີກ່າວຫາບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ຢູ່​ໃກ້​ກັບ​ນະຄອນຫຼວງ Damascus ຂອງ ຊີຣີ ພຽງ 2, 3 ​ຊົ່ວ​ໂມງ, ມີ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບຜູ້​ໜຶ່ງ​ທີ່​ບໍ່​ເຜີຍ​ຊື່​ຂອງ​ປະ​ເທດ​ນີ້​ຖະ​ແຫຼ​ງວ່າ ຊີຣີ “ກຽມພ້ອມ” ​ໂຕ້​ຕອບ​ການ​ບຸກ​ໂຈມ​ຕີດ້ານ​ການ​ທະຫານ​ “​ໃນ​ບໍ່​ວ່າ​ເວລາ​ໃດໆ”. ​ເລື່ອ​ງບັນດາ​ນັກ​ກວດກາ​ສະຫະ​ປະຊາ​ຊາດ​ເດີນ​ທາງ​ອອກ​ຈາກ ຊີຣີ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ເປິດ​ຊ່ອງ​ທາງ​ໃຫ້​ແກ່​ການ​ບຸກ​ໂຈມ​ຕີ​ຂອງ ອາ​ເມ​ລິ​ກາ ​ພາຍຫຼັງທີ່​ປະທານາທິບໍດີ Barack Obama ​ຢັ້ງຢືນ​ໃນວັນ​ທີ 30/8 ​ວ່າ​ຈະ​ດຳ​ເນີນ​ການ​ກະທຳ​​ແຊກ​ແຊງ​ດ້ານການ​ທະຫານ​​​ໃນ​ໃກ້ໆ​ນີ້. ​ເຖິງ​ວ່າ, ກຸ່ມ​ນັກ​ກວດກາ​ສະຫະ​ປະຊາ​ຊາດ​ບໍ່​ທັນມີ​ຂໍ້​ສະຫລຸບ​ກ່ຽວ​ກັບ​ການ​ສືບ​ສວນ​ຢູ່ ຊີຣີ ກໍ່ຕາມ, ​ແຕ່​ຜູ້ນຳ​ໜ້າ​ຂະ​ແໜງ​ການ​ທູດ ອາ​ເມ​ລິກາ ພັດຢັ້ງຢືນ​ວ່າ: ວໍ​ຊິງ​ຕັນ ​ໄດ້​ມີໝາກຜົນ​ສືບສວນ​ຕົວ​ຈິງຂອງ​ກຸ່ມ​ນັກ​ກວດກາ​​ແລ້ວ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສຳນັກ​ຂ່າວສານ​ແຫ່ງ​ຊາດ Sana ຂ​ອງ ຊີຣີ ​ໄດ້​ປະຕິ​ເສດຖະ​ແຫຼງການ​ຂອງ​ລັດຖະມົນຕີ​ການ​ຕ່າງ​ວປະ​ເທດ ອາ​ເມ​ລິ​ກາ Kerry ​ແມ່ນ “ບໍ່​ຖືກຕ້ອງ”, ພ້ອມ​ທັງ​ຢັ້ງຢືນ​ກຳລັງ​ຝ່າຍ​ຄ້ານ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ນີ້.

        ​ແລະ​ກໍ່​ໃນ​ວັນທີ 31/8, ທ່ານ​ປະທານ​ທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ປະຕິ​ເສດ​ບັນດາ​ຄຳ​ກ່າວ​ຫາ​ຂອງສືບ​ລາຊະການ​ລັບ​ ອາ​ເມ​ລິ​ກາ ​ຖື​ວ່າ: ລັດຖະບານ ຊີຣີ ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ, ຖື​ວ່ານັ້ນ​ແມ່ນຖະ​ແຫຼ​ງການ​ທີ່ “​ໄຮ້​ເຫດຜົນ” ​ແລະ ຮຽກຮ້ອງ​ໃຫ້ ວໍ​ຊິງ​ຕັນ ຍົກ​ອອກ​ພະຍານ​ຫຼັກ​ຖານ.

 

ຂ່າວ/ບົດ​ອື່ນ