ຊີຣີເດັດດ່ຽວບໍ່ຜ່ອນສັ້ນຜ່ອນຍາວໃນການເຈລະຈາສັນຕິພາບGeneva

ຊີຣີເດັດດ່ຽວບໍ່ຜ່ອນສັ້ນຜ່ອນຍາວໃນການເຈລະຈາສັນຕິພາບGeneva - ảnh 1
ທ່ານປະທານາທິບໍດີ ຊີຣີ Bashar Al Assad
(ພາບ: ອິນເຕີແນັດ)

(vovworld) – ​ ວັນ​ທີ 24/01 ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຜູ້​ໜຶ່ງ​ໃນ​ພັກ​ກຳ​ອຳນາດ​ຂອງ​ທ່ານປະທານາທິບໍດີ ຊີຣີ Bashar Al Assad ​ເວົ້າ​ວ່າ: Damascus ຈະ​ບໍ່​ປະຕິບັດ​ການ​ຜ່ອນ​ສັ້ນຜ່ອນ​ຍາວ ​ໃນ​ການ​ເຈລະຈາ​​ສັນຕິພາບ ຄາດ​ວ່າ​ຈະ​ດຳ​ເນີນ​ຢູ່​ນະຄອນຫລວງ Geneva ປະ​ເທດ ສະ​ວິດ ​ໃນ​ວັນ​ທີ 25/01. ອຳນາດ​ການ​ປົກຄອງ ຊີຣີ ​ໄດ້​ແຈ້ງວ່າ ພ້ອມ​ແລ້ວ​ທີ່ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຈລະຈາ, ​ແຕ່​ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ: Damascus ຕ້ອງ​ໄດ້​ຮັບການ​ສະໜອງບັນຊີ​ລາຍ​ຊື່​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ ທີ່​ຖືກ​ຫ້າມ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ ກໍ​ຄື​ລາຍ​ຊື່​ຂອງ​ບັນດາຜູ້​ທີ່​ຂຶ້ນ​ກັບ​ກຳລັງກົງກັນຂ້າມ​ຢູ່ ຊີຣີ ຄາດ​ຄະ​ເນ​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຈລະຈາ​ສັນຕິພາບ.

       

ຂ່າວ/ບົດ​ອື່ນ