ຊີຣີໃຫ້ຄຳໝັ້ນສັນຍາ ປະຕິບັດມະຕິຂອງ ສະພາຄວາມໝັ້ນຄົງ ສປຊ

ຊີຣີໃຫ້ຄຳໝັ້ນສັນຍາ ປະຕິບັດມະຕິຂອງ ສະພາຄວາມໝັ້ນຄົງ ສປຊ - ảnh 1
ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad
(ພາບ:
AFP)

(vovworld) - ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad ​ໃນວັນ​ທີ 29/9 ​ໃນ​ສະພາບ​ການ​ທີ່ບັນດາ​ນັກ​ຊ່ຽວຊານ​ອາວຸດ​ຂອງ​ສະຫະ​ປະຊາ​ຊາດ​ພວມ​ກະກຽມ​ກັບ​ຄືນ​ສູ່ Damascus ​ເພື່ອ​ດຳ​ເນີນ​ໜ້າ​ທີ່​ກວດກາ​ອາວຸດ​ຢູ່​ປະ​ເທດຕາ​ເວັນ​ອອກ​ກາງ​ນີ້. ​ເມື່ອ​ຕອບ​ສຳພາດທາງໂທລະພາບ Rai News 24 ຂອງ ອີ​ຕາ​ລີ, ທ່ານ​ປະທານາທິບໍດີ Bashar Al Assad ຢືນຢັນ​ວ່າ: ລັດຖະບານ ຊີຣີ ຈະ​ເຄົາລົບ​ສົນທິສັນຍາ​ເກືອດ​ຫ້າມ​ການ​ນຳ​ໃຊ້​ອາວຸດ​ເຄມີ​ເຊິ່ງ​ ຊີຣີ ພວມ​ສະ​ເໜີ​ເຂົ້າ​ຮ່ວມ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ບັນດາ​ນັກ​ຊ່ຽວຊານ​ສາກົນ​ມີໜ້າ​ທີ່​ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ ຊີຣີ ​ໃຫ້​ຮູ້​ວ່າ ​ເຂົາ​ເຈົ້າຈະ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ອຳນາດ​ການ​ປົກຄອງຢູ່ນະຄອນຫຼວງ Damascus ​ໃນ​ວັນ​ທີ 1/10, ພ້ອມ​ທັງ​ຢືນຢັນ​ບໍ່​ມີ​ເຫດຜົນ​ເພື່ອ​ສົງ​ໄສ​ບັນດາ​ຂໍ້​ມູນ​ຂ່າວ​ເຊິ່ງອຳນາດ​ການ​ປົກຄອງ ຊີຣີ ​ໄດ້ສະໜອງ​ໃຫ້.

 

 

ຂ່າວ/ບົດ​ອື່ນ