ຊອກຫາໄດ້ຊາກສົບຜູ້ໂດຍສານຕື່ມອີກໃນເຫດ ເຮືອບິນ AirAsia ຕົກ

ຊອກຫາໄດ້ຊາກສົບຜູ້ໂດຍສານຕື່ມອີກໃນເຫດ ເຮືອບິນ AirAsia ຕົກ - ảnh 1
(ພາບປະກອບ: EPA)

(vovworld) – ວັນ​ທີ 04/01, ກຳລັງ​ປະຕິບັດ​ໜ້າ​ທີ່ອິນ​ໂດ​ເນ​ເຊຍ ​ຊອກ​ຫາ​​ຊາກ​ສົບ​ຜູ້​ປະສົບ​ເຄາະ​ຮ້າຍ, ​ໃນ​ເຫດ​ເຮືອບິນ​ໝາຍ​ເລກ QZ 8501 ຂອງ​ບໍລິສັດ​ການບິນ AirAsia ​ຕົກ​​ເມື່ອ​ວັນ​ທີ 28/12/2014 ​ໄດ້​ຕື່ມ​ອີກ 3 ຄົນ. ສະ​ນັ້ນ, ຈຳນວນ​ຊາກ​ສົບ​ທີ່ຊອກ​ຫາ​ໄດ້​ແມ່ນ 34 ຄົນ ​ໃນ​ຈຳນວນ​ຜູ້​ໂດຍສານ 162 ຄົນ​ໃນ​ຖ້ຽວ​ບິນ​ດັ່ງກ່າວ. ​ເຮືອບິນ Airbus A320 – 200, ໝາຍ​ເລກ QZ 8501 ຂອງ​ບໍລິສັດ​ການບິນ AirAsia ຂົນສົ່ງ​ຜູ້​ໂດຍສານ ​ແລະ ຈຸ​ບິນ​ 162 ຄົນຖືກ​ຕົກລົງ​ທະ​ເລ Java ຂອງ​ອິນ​ໂດ​ເນ​ເຊຍ, ​​ໃນ​ຂະນະ​ທີ່​ພວມ​ບິນ​ຈາກ Surabaya ​ເຖິງ ສິງກະ​ໂປ ​ໃນ​ຕອນ​ເຊົ້າ​ວັນ​ທີ 28/12.

ຂ່າວ/ບົດ​ອື່ນ