ຊອກໄດ້ກັບດຳທີ 2 ຂອງເຮືອບິນ AirAsia

ຊອກໄດ້ກັບດຳທີ 2 ຂອງເຮືອບິນ AirAsia - ảnh 1
ຊອກ​ໄດ້​ກັບ​ດຳ​ທີ 2 ຂອງ​ເຮືອບິນ AirAsia
(ພາບ: Reuters)


(vovworld) – ວັນ​ທີ 13/01, ວົງ​ການ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ​​ຖະ​ແຫຼ​ງວ່າ ​ໄດ້​ຊອກ​​ເຫັນກັບ​ດຳ​ທີ 2 ບັນທຶກ​ສຽງໃນ​ຫ້ອງ​ຂັບ​ຍົນ​ຂອງ​ບໍລິສັດ​ການບິນ AirAsia ທີ່ຖືກ​ຕົກລົງ​ທະ​ເລ Java ​ເມື່ອ​ວັນ​ທີ 28/12 ຜ່ານ​ມາ. ກັບ​ດຳ​ດັ່ງກ່າວ ພວມ​ຢູ່​​ໃນກໍ່າ​ປັນ Banda Aceh ຂອງກອງທັບ​ເຮືອອິນ​ໂດ​ເນເຊຍ ​ແລະ ຄາດ​ວ່າ​ຈະ​ໄດ້​ສົ່ງ​ເຖິງ​ນະຄອນຫຼວງ ຈາ​ກາກ​ຕາ ​​ເພື່ອດຳ​ເນີນ​ການ​ໄຈ້​ແຍກ ​​​ແນ​ໃສ່​ຊອກ​ຫາ​ເຫດຜົນ​ເຮືອບິນ​ຕົກ. ຊ່ອງ​ໂທລະພາບ Metro TV ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຂະ​ແໜງ​ຄົມມະນາຄົມ​ອິນ​ໂດ​ເນ​ເຊຍ ​​ໃຫ້​ຮູ້​ວ່າ ກັບ​ດຳ​ທີ 2 ​ໄດ້​ຊອກ​ເຫັນຫ່າງ​ຈາກ​ກັບ​ດຳ​ທີ 1 ປະມານ 20ມ. ຄາດ​ວ່າ, ບັນດາ​ນັກ​ສືບສວນ​ຈະ​ຕ້ອງ​ໃຊ້​ເວລາ​ປະມານ 1 ​ເດືອນ​​ເພື່ອ​​ເກັບ​​ກຳ​ຂໍ້​ມູນ​ທັງ​ໝົດ​ໃນ​ກັບ​ດຳ.

        ປະຈຸ​ບັນ, ບັ້ນ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ ພວມ​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ໜ້າ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ກໍ່າ​ປັນ ​ແລະ ​ເຮືອບິນ​ຂອງ​ຫຼາຍ​ປະ​ເທດ, ​ໃນ​ນັ້ນ​ມີ​ອິນ​ໂດ​ເນ​ເຊຍ, ອາ​ເມ​ລິ​ກາ, ອົດສຕາ​ລີ, ສິງກະ​ໂປ, ມາ​ເລ​ເຊຍ, ລັດ​ເຊຍ, ຍີ່ປຸ່ນ, ສ.​ເກົາຫຼີ ​ແລະ ຈີນ.

ຂ່າວ/ບົດ​ອື່ນ