ຊະອຸດີອາຣັບບີ ຮຽກຮ້ອງໃຫ້ປະຕິຮູບບັນດາຂອບເຂດການຮ່ວມມືຫຼາຍຝ່າຍເພື່ອແກ້ໄຂຄວາມຕ້ອງການຂອງໂລກ

(VOVWORLD) - ຕາມທ່ານ Faisal bin Farhan ແລ້ວ, ບັນດາຂອບເຂດການຮ່ວມມືສາກົນຕ້ອງສ້າງເງື່ອນໄຂສະດວກ ແລະ ໜູນຊ່ວຍບັນດາການພົວພັນຄູ່ຮ່ວມມື
ຊະອຸດີອາຣັບບີ ຮຽກຮ້ອງໃຫ້ປະຕິຮູບບັນດາຂອບເຂດການຮ່ວມມືຫຼາຍຝ່າຍເພື່ອແກ້ໄຂຄວາມຕ້ອງການຂອງໂລກ  - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຊະອຸດີ ອາຣັບບີ Faisal bin Farhan
(ພາບ: AFP/TTXVN)

          ວັນທີ 21 ກັນຍາ, ຊະອຸດີ ອາຣັບບີ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ປະຕິຮູບບັນດາຂອບເຂດການຮ່ວມມືຫຼາຍຝ່າຍ ເພື່ອແກ້ໄຂຄວາມສົນໃຈ ແລະ ບັນດາຄວາມຕ້ອງການຂອງທຸກປະເທດໃຫ້ດີຂຶ້ນ, ໃນນັ້ນມີບັນດາປະເທດພວມພັດທະນາ. ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ທີ່ພວມດຳເນີນຢູ່ນິວຢອກ (ອາເມລິກາ), ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີກະກຽມໃຫ້ແກ່ກອງປະຊຸມສຸດຍອດອະນາຄົດ (ຄາດວ່າຈະຈັດຂຶ້ນໃນເດືອນ ກັນຍາ 2024), ທ່ານລັດຖະມົນຕີການຕ່າງປະເທດ ຊະອຸດີ ອາຣັບບີ Faisal bin Farhan ຊີ້ແຈ້ງວ່າ: “ພວກເຮົາຕ້ອງການກົນໄກຫຼາຍຝ່າຍທີ່ມີຜົນກະທົບ ແລະ ບັນລຸປະສິດທິພົນກວ່າ. ການພັດທະນາຂອງບັນດາປະເທດໃນໂລກ ຈະໄດ້ຮັບການໜູນຊ່ວຍເມື່ອພວກເຮົາມານະພະຍາຍາມມຸ່ງໄປເຖິງໂລກທີ່ມີສັນຕິພາບ ແລະ ມີຄວາມຍຸຕິທຳກວ່າ”.

          ກໍ່ຕາມທ່ານ Faisal bin Farhan ແລ້ວ, ບັນດາຂອບເຂດການຮ່ວມມືສາກົນຕ້ອງສ້າງເງື່ອນໄຂສະດວກ ແລະ ໜູນຊ່ວຍບັນດາການພົວພັນຄູ່ຮ່ວມມື ແລະ ການຮ່ວມມື, ຕ້ານຄວາມກົດດັນແກ່ງແຍ້ງ ແລະ ຈັດແບ່ງຂົ້ວ, ກໍ່ຄືສະກັດກັ້ນການແຜ່ລາມຄວາມຄຽດແຄ້ນລະຫວ່າງບັນດາເຜົ່າ ຫຼື ລັດທິຫົວຮຸນແຮງ ແລະ ກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ