ຊະອຸດີອາຣາເບຍຢືນຢັນຄືນໃໝ່ການກຽມພ້ອມຜັນຂະຫຍາຍພົນທະຫານໄປຍັງຊີຣີ

(VOVWORLD) -ວັນທີ 17 ເມສາ, ທ່ານລັດຖະມົນຕີການຕ່າງປະເທດຊະອຸດີອາຣາເບຍ Adel al Jubeir ໄດ້ຢືນຢັນຄືນໃໝ່ກ່ຽວກັບການກຽມພ້ອມຂອງປະເທດນີ້ ໃນການຜັນຂະຫຍາຍບັນດາພົນທະຫານໄປຍັງຊີຣີ

ຊະອຸດີອາຣາເບຍຢືນຢັນຄືນໃໝ່ການກຽມພ້ອມຜັນຂະຫຍາຍພົນທະຫານໄປຍັງຊີຣີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດຊະອຸດີອາຣາເບຍ Adel al Jubeir

(ພາບປະກອບ: AFP)

ຄືດັ່ງພາກສ່ວນໜຶ່ງຂອງບັນດາຄວາມມານະພະຍາຍາມ ໂດຍອາເມລິກາ ນຳໜ້າ ເພື່ອແນໃສ່ເຮັດໃຫ້ສະພາບການຢູ່ປະເທດທີ່ພວມນອນຈົມຢູ່ກັບການປະທະກັນໃຫ້ມີສະຖຽນລະພາບ. ກ່າວຄຳເຫັນທີ່ການປະຊຸມຂ່າວກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢູ່ນະຄອນຫຼວງ Riydah ຂອງຊະອຸດີອາຣາເບຍ, ທ່ານລັດຖະມົນຕີການຕ່າງປະເທດ Jubeir ໃຫ້ຮູ້ວ່າ “ພວກຂ້າພະເຈົ້າໄດ້ປຶກສາຫາລືກັບອາເມລິກາ ນັບແຕ່ເມື່ອເລີ່ມເກີດວິກິດການຢູ່ຊີຣີ (ປີ 2011) ກ່ຽວກັບການສົ່ງບັນດາກຳລັງໄປຍັງຊີຣີ”.

      ທ່ານລັດຖະມົນຕີການຕ່າງປະເທດ Jubeir ກໍ່ເນັ້ນໜັກວ່າ, ການສະເໜີຈັດສົ່ງພົນທະຫານຂອງປະເທດນີ້ໄປຍັງຊີຣີ ແມ່ນ “ເຄີຍມີຢູ່ແລ້ວ”. ທ່ານ Jubeir ຊີ້ແຈ້ງວ່າ, ຊະອຸດີອາຣາເບຍ ໄດ້ຍົກອອກຂໍ້ສະເໜີກັບຕໍ່ອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີອາເມລິກາ Barack Obama ທີ່ວ່າ, ຖ້າຫາກອາເມລິກາ ໄດ້ຜັນຂະຫຍາຍບັນດາກຳລັງນັ້ນ, ຊະອຸດີອາຣາເບຍ ຈະຄິດໄລ່ຊັ່ງຊາພ້ອມກັບບັນດາປະເທດອື່ນຈັດສົ່ງບັນດາກຳລັງຄືດັ່ງພາກສ່ວນໜຶ່ງຂອງກຳລັງປະສົມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ