ຊາຍຄາລວມຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມໄດ້ເຂົ້າສູ່ການເຄື່ອນໄຫວ

ຊາຍຄາລວມຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມໄດ້ເຂົ້າສູ່ການເຄື່ອນໄຫວ - ảnh 1
ພາບປະກອບ

(vovworld) –  ສູນ​ຊ່ວຍ​ເຫຼືອ​ສັງຄົມ, ​ເບິ່ງ​ແຍງ​ດູ​ແລ ​ແລະ ຟື້ນ​ຟູສະມັດ​ຕະພາບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ ຢູ່​ເມືອງ ​ແທກ​ເທີ​ດ, ຮ່າ​ໂນ້ຍ, ​ເລີ່​ມເຂົ້າ​ສູ່​ການເຄື່ອນ​ໄຫວ​ຢ່າງ​ເປັນ​ທາງການ​ໃນ​ວັນ​ທີ 10/3. ​ເມື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ, ສູນ​ຈະ​ກາຍ​ເປັນ​ບ່ອນ​ລ້ຽງ​ດູ, ຟື້ນ​ຟູ​ສະມັດ​ຕະພາບ, ພ້ອມ​ທັງ​ເພີ່ມ​ກຳລັງ​ໃຈ, ​ເພີ່ມ​ຈິດ​ໃຈ​ບື​ນຕົວ​ຂຶ້ນ​ເພື່ອ​ເຊື່ອມ​ຕົວ​ເຂົ້າກັບ​ວົງ​ຄະນະ​ຍາດ​ຂອງ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ. ຄຽງ​ຄູ່​ກັນ​ນັ້ນ, ສູນ​ຍັງ​ແມ່ນ​ເຮືອນ​ແຫ່ງ​ຄວາ​ມອົບ​ອູ່​ນຂອງ​ບັນດາ​ຜູ້​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ເຊິ່ງ​ແມ່ນ​ຜູ້​ເຖົ້າ​ຢູ່​ປຽວ, ​ເດັກກຳພ້າ, ບໍ່​ມີ​ບ່ອນຢູ່​ອາ​ໄສ. ທີ່​ພິທີເປ​ີດສະຫຼອງ​ສູນ​ດັ່ງ​ກ່າວ, ພົນ​ໂທ ຫງວຽນ​ວັນຣີງ, ປະທານ​ສະມາຄົມ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ, ຫວັງ​ວ່າ: ບັນດາ​ພະນັກງານ, ພາລະ​ກອນ, ຜູ້​ອາສາ​ສະໝັກ​ຂອງ​ສູນ​ຮ່ວມ​ແຮງ​ຮ່ວມ​ໃຈກໍ່ສ້າງ​ສູນ​ນີ້​ໃຫ້​ພັດທະນາ​ໝັ້ນຄົງ, ​ເຂັ້ມ​ແຂງ, ຖື​ສູນ​ແມ່ນ​ເຮືອນ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ແມ່ນ​ພີ່ນ້ອງ, ຮັບ​ໃຊ້​ເຂົາ​ເຈົ້າ​ດ້ວຍ​ຈິດ​ໃຈ, ຄວາມ​ຮັບ​ຜິດ​ຊອບ​ສູງ​ສຸດ.

 


ຂ່າວ/ບົດ​ອື່ນ