ຊາວ Khmer ພວມດຳລົງຊີວິດຢູ່ເຂດຕາເວັນຕົກພາກໃຕ້ ແມ່ນພົນລະເມືອງຫວຽດນາມ

ຊາວ Khmer ພວມດຳລົງຊີວິດຢູ່ເຂດຕາເວັນຕົກພາກໃຕ້ ແມ່ນພົນລະເມືອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 21/01, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ກັນ​ສາກົນ ກຳປູ​ເຈຍ ​ໄດ້​ອອກ​ຖະ​ແຫຼ​ງການ ປະຕິ​ເສດໃບ​ສະ​ເໜີຂອງ​ບັນດາ​ອົງການຈັດ​ຕັ້ງ Khmer Kampuchea Krom (KKK) ທີ່ຮຽກຮ້ອງ​ໃຫ້​ລັດຖະບານ​ແຊກ​ແຊງ​​ເຂົ້າເລື່ອງມີ​ຊາວ ​ Khmer ບາງຄົນທີ່ພວມ​ດຳ​ລົງ​ຊີວິດ​ຢູ່​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ຂອງຫວຽດນາມ ​ຖືກ​ຈັບ​ຕົວ ຍ້ອນ​ລະ​ເມີດ​ກົດໝາຍ​ຫວຽດນາມ. ​ໃນ​ເອກະສານ​ລົງ​ນາມ​​​ເມື່ອວັນ​ທີ 17/01, ທີ່​ຝາກ​ເຖິງ​ປະທານ​ບໍລິຫານ​ສະຫະພັນ KKK ຢູ່ກຳ​ປູ​ເຈຍ, ຜູ້ຕາງໜ້າ​ບັນດາ​ອົງການຈັດ​ຕັ້ງ KKK ຢູ່ກຳ​ປູ​ເຈຍ, ທ່ານ Ouch Borith, ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ກັບ​ສາກົນ​ກຳປູ​ເຈຍ ຢືນຢັນ​ວ່າ ຊາວ Khmer ທີ່​ພວມ​ດຳລົງ​ຊີວິດ​ຢູ່​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ຂອງຫວຽດນາມ ​ແມ່ນ​ພົນລະ​ເມືອງ​ຂອງຫວຽດນາມ, ຂຶ້ນ​ກັບ​ສິດ​ຄຸ້ມ​ຄອງ​ຂອງ​ລັດ​ຫວຽດນາມ ​ແລະ ຕ້ອງ​ປະຕິບັດ​ຕາມກົດໝາຍ​ຫວຽດນາມ. ທ່ານ Ouch Borith ​ເນັ້ນ​ໜັກ​ວ່າ “ກຳປູ​ເຈຍ ​ແລະ ຫວຽດນາມ ​ແມ່ນ​ບັນດາ​ປະ​ເທດ​​ແຫ່ງ​ເອກະລາດ ມີປະຊາອະທິປະ​ໄຕ. ກຳປູ​ເຈຍ ຈະ​ບໍ່​ແຊກ​ແຊງ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ”.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 07/01, ບັນດາ​ອົງການ KKK ຢູ່ກຳ​ປູ​ເຈຍ ​ໄດ້​ຝາກ​ຈົດໝາຍ​​ເຖິງ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ກັບ​ສາກົນ​ກຳປູ​ເຈຍ Hor Nam Hong, ສະ​ເໜີ​ໃຫ້​ອຳ​ນາດ​ການ​ປົກຄອງ​ກຳປູ​ເຈຍ ​ແຊກ​ແຊງ​ເຂົ້າ ​ແລະ ມີ​ການ​ກະທົບ​ເຖິງລັດ​ຫວຽດນາມ ​ເພື່ອປ່ອຍ​ຕົວ​ພົນລະ​ເມືອງ Khmer ທີ່​ພວມ​ດຳລົງ​ຊີວິດ​ຢູ່​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຂອງຫວຽດນາມ ກໍ່​ຖືກ​ຈັບ​ຕົວຍ້ອນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ລະ​ເມີດກົດໝາຍ​ຫວຽດນາມ.

ຂ່າວ/ບົດ​ອື່ນ