ຊາວ Texas ນັບລ້ານໆຄົນ ຍັງຄົງຂາດແຄນນ້ຳສະອາດ

(VOVWORLD) -ການເຄື່ອນໄຫວສະຫນອງໄຟຟ້າໄດ້ກັບຄືນສູ່ສະພາບເປັນປົກກະຕິ ແຕ່ມີລູກຄ້າກວ່າ 50.000 ຄົນຍັງບໍ່ທັນມີໄຟຟ້າໃຊ້ 
ຊາວ Texas ນັບລ້ານໆຄົນ ຍັງຄົງຂາດແຄນນ້ຳສະອາດ - ảnh 1ກຳມະກອນສ້ອມແປງທໍ່ສົ່ງນ້ຳ ຢູ່ Galveston ລັດTexas
ພາບ:AFP/TTXVN

ວັນທີ 20 ກຸມພາ, ຊາວ ລັດ Texas ນັບລ້ານໆຄົນ ຍັງຄົງຂາດແຄນນ້ຳສະອາດ ຍ້ອນຖືກຜົນສະທ້ອນຈາກ ພາຍຸຫິມະຄັ້ງປະຫວັດສາດເກີດຂຶ້ນໃນຫລາຍມື້ຜ່ານມາຢູ່ເຂດນີ້. ທ່ານ Toby Baker ຜູ້ອຳນວຍການຝ່າຍບໍລິຫານ ຄະນະກຳມະການກ່ຽວກັບຄຸນນະພາບສິ່ງແວດລ້ອມ ລັດ Texas ໃຫ້ຮູ້ວ່າ: ມີຊາວ ລັດ Texas ປະມານ 14,3 ລ້ານຄົນ ໃນຍອດຈຳນວນ 29 ລ້ານຄົນ ພວມຕົກເຂົ້າສູ່ສະພາບຂາດແຄນນ້ຳສະອາດ. ວົງການເຈົ້າຫນ້າທີ່ລັດນີ້ ໄດ້ແຈກຢາຍນ້ຳສະອາດ ແລະ ສະບຽງອາຫານໃຫ້ນັບພັນໆຄົນແລ້ວ.

     ໃນຂະນະນັ້ນ ສະພາຮັກສາໄຟຟ້າໃຫ້ເປັນປົກກະຕິ ລັດ Texas ໃຫ້ຮູ້ວ່າ: ການເຄື່ອນໄຫວສະຫນອງໄຟຟ້າໄດ້ກັບຄືນສູ່ສະພາບເປັນປົກກະຕິ ແຕ່ມີລູກຄ້າກວ່າ 50.000 ຄົນຍັງບໍ່ທັນມີໄຟຟ້າໃຊ້ ຍ້ອນພາລະກອນໄຟຟ້າພວມສ້ອມແປງສາຍໄຟຟ້າຖືກຕັດຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ