ຊາວ ຫວຽດນາມ ຢູ່ ໂປໂລຍ ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ

(VOVWORLD) - ນດາສະມາຄົມຂອງຊາວ ຫວຽດນາມ ແລະ ຊາວ ຫວຽດນາມ ອາໄສຢູ່ ໂປໂລຍ ກໍ່ໄດ້ຈັດການການອຸປະຖຳ. ສະມາຊິກຫຼັກແຫຼ່ງຫຼາຍຄົນໃນສະມາຄົມຊາວ ຫວຽດນາມ ກໍ່ໄດ້ລົງໄປບັນດາສູນການຄ້າ

ພາຍຫຼັງໄດ້ຮັບຂ່າວກ່ຽວກັບເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ ຕວກກີ ແລະ ຊີຣີ ໃນວັນທີ 6 – 7 ກຸມພາ, ຄະນະບໍລິຫານງານສະມາຄົມຊາວ ຫວຽດນາມ ອາໄສຢູ່ ໂປໂລຍ ໄດ້ຮຽກຮ້ອງປະຊາຄົມຊາວ ຫວຽດນາມ ຢູ່ນີ້ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຢູ່ເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວດັ່ງກ່າວ.

        ບັນດາສະມາຄົມຂອງຊາວ ຫວຽດນາມ ແລະ ຊາວ ຫວຽດນາມ ອາໄສຢູ່ ໂປໂລຍ ກໍ່ໄດ້ຈັດການການອຸປະຖຳ. ສະມາຊິກຫຼັກແຫຼ່ງຫຼາຍຄົນໃນສະມາຄົມຊາວ ຫວຽດນາມ ກໍ່ໄດ້ລົງໄປບັນດາສູນການຄ້າ, ຮ້ານອາຫານ, ບ່ອນເຕົ້າໂຮມ ຊາວ ຫວຽດນາມ ຈຳນວນຫຼາຍ ເພື່ອຮັບເງິນອຸປະຖຳ. ທ່ານ ເຈິ່ນແອັງຕວັນ, ປະທານສະພາຊາວ ຫວຽດນາມ ຢູ່ ໂປໂລຍ, ໃຫ້ຮູ້ວ່າ:

        “ພາຍຫຼັງເວລາຮຽກຮ້ອງນັ້ນ, ພວກຂ້າພະເຈົ້າໄດ້ຮັບຈຳນວນເງິນເກືອບ 20.000 ເອີໂລ. ນີ້ແມ່ນຈຳນວນເງິນບໍ່ຫຼາຍ ເມື່ອທຽບໃສ່ຄວາມເສຍຫາຍອັນໃຫຍ່ຫຼວງຂອງຜູ້ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວກໍ່ຕາມ. ແຕ່ນີ້ແມ່ນນ້ຳໃຈອຸ້ມຊູຊ່ວຍເຫຼືອ, ແບ່ງປັນ, ແມ່ນການລະດົມກຳລັງໃຈ ແລະ ຄວາມປາດຖະໜາຢາກໃຫ້ຜູ້ຖືກຜົນສະທ້ອນຜ່ານຜ່າໄພພິບັດທຳມະຊາດ, ກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ. ຈຳນວນເງິນນີ້ ພວກຂ້າພະເຈົ້າຈະມອບໃຫ້ບັນດາອົງການທາງການຂອງຊາວ ຕວກກີ ແລະ ຊີຣີ ປະຈຳ ໂປໂລຍ ພາຍໃຕ້ການເປັນສັກຂີພິຍານຂອງສະຖານທູດສອງປະເທດນີ້”.

                           

ຕອບກັບ

ຂ່າວ/ບົດ​ອື່ນ