ຊາວມຸດສະລິມໃນໂລກເລີ່ມຕ້ອນຮັບງານບຸນ Eid al Adha

(VOVWORLD) -ມີຊາວມຸດສະລິມນັບຕື້ຄົນໃນທົ່ວໂລກໄດ້ເລີ່ມຕ້ອນຮັບເທດສະການ Eid al Adha, ທີ່ແກ່ຍາວເປັນເວລາ 3 ວັນ, ນັບແຕ່ວັນທີ 21 ສິງຫາ ເພື່ອອາໄລຫາ ແລະ ເຊີດຊູນັກທຳນາຍ Ibrahim. ນີ້ແມ່ນໜຶ່ງໃນບັນດາງານບຸນສຳຄັນທີ່ສຸດຕາມປະຕິທິນອິດສະລາມ.

ຊາວມຸດສະລິມໃນໂລກເລີ່ມຕ້ອນຮັບງານບຸນ Eid al Adha - ảnh 1 ຊາວມຸດສະລິມໃນໂລກເລີ່ມຕ້ອນຮັບງານບຸນ Eid al Adha

(ພາບ: AFP/TTXVN)

ຢູ່ຊະອຸດີ ອາຣາເບຍ, ມີຊາວມຸດສະລິມ ກວ່າ 2 ລ້ານຄົນໄດ້ເລີ່ມໄປນະມັດສະການ Haji ຢູ່ເຂດດິນແດນແຫ່ງຄວາມສັກສິດ Mecca ຢູ່ຮ່ອມພູ Mina ກ່ອນທີ່ເທດສະການ Eid al Adha ເລີ່ມດຳເນີນ. ຄາດວ່າ, ໃນປີ 2018 ນີ້ ຈະມີເກືອບ 2,4 ລ້ານຄົນໄປນະມັດສະການ ຢູ່ດິນແດນທີ່ສັກສິດແຫ່ງນີ້.

        ເພື່ອແນໃສ່ຮັບປະກັນຄວາມລະບຽບຮຽບຮ້ອຍ ແລະ ຫຼີກລ້ຽງເຫດການຢຽບກັນໃນໂອກາດງານບຸນນີ້, ບັນດາເຈົ້າໜ້າທີ່ ຊະອຸດີ ອາຣາເບຍ ໄດ້ຜັນຂະຫຍາຍກຳລັງປ້ອງກັນຄວາມສະຫງົບນັບໝື່ນຄົນ, ລວມທັງຕຳຫຼວດ ແລະ ກອງຫຼອນອາສາສະໝັກຢູ່ເຂດຮ່ອມພູ Mina.

ຕອບກັບ

ຂ່າວ/ບົດ​ອື່ນ