ຊາວລັດເຊຍສົນໃຈເຖິງບຸນປີໃໝ່ປະຈຳຊາດຫວຽດນາມ

ຊາວລັດເຊຍສົນໃຈເຖິງບຸນປີໃໝ່ປະຈຳຊາດຫວຽດນາມ - ảnh 1
ຮັບປະທານອາຫານຂອງ ຫວຽດນາມ
(ພາບ: Điệp Anh - Đoan Hải
)

(vovworld) – ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ບຸ​ນ​ເຕັດ ຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ, ຄວາມ​ນິຍົມ​ຊົມ​ຊອບຂອງ​ເພື່ອນ​ມິດ​ລັດ​ເຊຍ. ນາງ Anatasia Suvorova, ​ເອື້ອຍຄູ​ສອນ​ຟ້ອນ​ຢູ່​ໂຮງ​ລະຄອນ​ຟ້ອນ​ທັນ​ສະ​ໄໝ Magia, ມີ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ “ງານ​ລ້ຽງ” ​ບຸນເຕັດ​ຫວຽດນາມ ​ໂດຍ​ບັນດາ​ສະມາຊິກ​ໃນກອງ​ຟ້ອນ​​ແຕ່ງເອງ. ສ່ວນ​ Kristina, ນັກ​ສຶກສາ​ຄົນ​ໜຶ່ງ​ທີ່​​ໄດ້​ສົມ​ທຽບ​ລະຫວ່າງ​ບັນ​ດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບຸນເຕັດ ຫວຽດນາມ ກັບ​ບຸນປີ​ໃໝ່​ຂອງ​ລັດ​ເຊຍ ວ່າ:

        “ນ້ອງ​ມີ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ວິທີ​ຕ້ອນຮັບ​ບຸນ​ເຕັດ​ດ້ວຍ​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເຊິ່ງຢູ່​ປະ​ເທດ ລັດ​ເຊຍ ພວກ​ນ້ອງ​ບໍ່​ມີ. ນ້ອງ​ມັກ​ວິທີ​ຫໍ່​ເຂົ້າຕົ້ມ ​ແລະ ​ເຮັດ​ຢໍ່ຈືນ. ນ້​ອງ​ໄດ້​ໄປ​ຢ້ຽມຢາມ ຫວຽດນາມ ​ແລະ ມັກ​ອາກາດ ​ແລະ ຊາວ ຫວຽດນາມ​ທີ່​ສຸດ. ​​​ແນ່     ນອນ​ວ່າ, ນ້ອງ​ຈະ​ກັບ​ຄືນ​ສູ່ ຫວຽດນາມ ​ເພື່ອ​ຢ້ຽມຢາມ​ບັນດາ​ສະຖານ​ທີ່​ເຊິ່ງນ້ອງ​ບໍ່​ທັນ​ມີ​ໂອກາດ​ມາ​ຢາມ​ໃນ​ຄັ້ງ​ກ່ອນ”

ຂ່າວ/ບົດ​ອື່ນ