ຊາວຫວຽດນາມຢູ່ຕ່າງປະເທດຕ້ອນຮັບບຸນເຕັດ

(VOVWORLD) -ຕອນຄ່ຳວັນທີ 30 ຂອງບຸນເຕັດ, ສະມາຄົມຊາວຫວຽດນາມ ອາໄສຢູ່ ກຳປູເຈຍ ໄດ້ຈັດຕັ້ງຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ຢູ່ ນະຄອນຫລວງ ພະນົມເປັນ. 

ຊາວຫວຽດນາມຢູ່ຕ່າງປະເທດຕ້ອນຮັບບຸນເຕັດ - ảnh 1 ຊາວຫວຽດນາມອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດ

ພາບ: ອິນເຕີແນັດ

ເຂົ້າຮ່ວມລາຍການນີ້ ມີການນຳສະມາຄົມທຸກຂັ້ນ, ຊາວຫວຽດນາມ ແລະ ນັກຮຽນນັກສຶກສາຫວຽດນາມ ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ກຳປູເຈຍ. ພໍ່ແມ່ປະຊາຊົນທີ່ເຂົ້າຮ່ວມລາຍການນີ້ ໃຫ້ຮູ້ວ່າ: ເຂົາເຈົ້າປາດຖະຫນາວ່າ ປີ 2018 ຄວາມສາມັກຄີມິດຕະພາບລະຫວ່າງຫວຽດນາມ ແລະ ກຳປູເຈຍ ນັບມື້ນັບໄດ້ຮັບການປັບປຸງ ແລະ ຮັດແຫນ້ນກວ່າ. ເອື້ອຍ ເຈີນທູຮັ່ງ ຊາວຫວຽດນາມ ພວມດຳລົງຊີວິດຢູ່ ນະຄອນຫລວງ ພະນົມເປັນ ໃຫ້ຮູ້ວ່າ:

        “ປີໃຫມ່ ຂ້າພະເຈົ້າປາດຖະຫນາວ່າ ການພົວພັນລະຫວ່າງສອງປະເທດຍິ່ງໄດ້ຮັບການຮັດແຫນ້ນກວ່າ ແລະ ສອງປະເທດ ຈະມີການພົວພັນແລກປ່ຽນຫລາຍກວ່າອີກ. ບັນດານະຄອນ ແລະ ແຂວງ ແຮກສ່ຽວຂອງສອງປະເທດຈະມີການພົວພັນດີກວ່າ ແລະ ແຫນ້ນແຟ້ນກວ່າ.”

ໃນຊຸມມື້ບຸນເຕັດ ປະຊາຄົມຊາວຫວຽດນາມ ອາໄສຢູ່ ໂຮນລັງ ລ້ວນແຕ່ຍາດເວລາເພື່ອສະແດງອາລົມຈິດເຖິງບ້ານເກີດເມືອງນອນ. ສະມາຄົມຊາວຫວຽດນາມ ຢູ່ ລາໄຮ ໄດ້ຈັດຕັ້ງການພົບປະສັງສັນໃນໂອກາດທ້າຍປີ.

ຕອບກັບ

ຂ່າວ/ບົດ​ອື່ນ