ຊາວຫວຽດນາມໃນທົ່ວປະເທດຈັດຕັ້ງບັນດາການເຄື່ອນໄຫວຕ້ອນຮັບລະດູບານໃໝ່ປີມະແມ

ຊາວຫວຽດນາມໃນທົ່ວປະເທດຈັດຕັ້ງບັນດາການເຄື່ອນໄຫວຕ້ອນຮັບລະດູບານໃໝ່ປີມະແມ - ảnh 1

(vovworld)- ວັນ​ທີ 18/2 ກົງ​ກັບ​ວັນ​ທີ 30 ບຸນ​ເຕັດ, ອາ​ກາດ​ຢູ່​ເຂດ​ພູ​ສູງ ອຽນ​ບ້ານ ມີ​ຄວາມ​ອົບ​ອຸ່ນ, ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ປະ​ຊາ​ຊົນ​ໄປ​ຊື້​ເຄື່ອງ​ຂອງ​ໃນ​ໂອ​ກາດ​ບຸນ​ເຕັດ.  ປ​້າ​ລໍ່​ທິ​ແອ້ມ ອາ​ຍຸ 70 ປີ ຊາວ​ເຜົ່າ​ຜູ້​ໄທ​ໃຫ້​ຮູ້​ວ່າ :

   “ ໄປ​ຕະຫຼາດ​ຍາມ​ທ້າຍ​ປີ, ແມ່ນ​ຕ້ອງ​ຊື້​ທຸກ​ສິ່ງ​ທຸກ​ຢ່າງ ເຊັ່ນ : ທູບ​, ທຽນ, ເຂົ້າ​ໜົມ, ດອກ​ໄມ້ ເພື່ອ​ຖະ​ຫວາຍ​ບູ​ຊາປູ​ຍ່າ​ຕາຍາຍ, ​ບັນ​ພະ​ບຸ​ລຸດ ເພື່ອ​ຊ່ວຍ​ໃຫ້​ລູກຫຼານ​ມີ​ສຸ​ຂະ​ພາບ, ທຳ​ມາ​ຫາ​ກິນ​ໄດ້​ດີ ”

     ບັນ​ດາ​ຄອບ​ຄົວ​ຊາວ​ເຜົ່າ​ມົ້ງ​ທີ່​ໝູ່​ກັງ​ຈາຍຫຼື ຈ້າມ​ເຕົ້າ ລ້ວນ​ແຕ່​ປະ​ດັບ​ປະ​ດາ​ເຮືອນ​ຊານ​ໃຫ້​ສວຍ​ງາມ, ຊື້​ເຄື່ອງ​ຂອງ​ຄົບ​ທຸກ​ຢ່າງ​ເພື່ອທຳ​ພິ​ທີ ບູ​ຊາປູ​ຍ່າ​ຕາຍາຍ, ​ບັນ​ພະ​ບຸ​ລຸດ. ສຳ​ລັບ​ບັນ​ດາ​ຄອບ​ຄົວ​ຊາວ​ເຜົ່າ​ຜູ້ໄທ, ຢູ່​ເຮືອນຫຼັງ​ໃດ​ກໍ​ແຂວງ​ທຸງ​ຊາດ, ກະ​ກຽມ​ແທ່ນ​ບູ​ຊາ ບູ​ຊາປູ​ຍ່າ​ຕາຍາຍ, ​ບັນ​ພະ​ບຸ​ລຸດ.   ອ້າຍ​ລໍ່​ວັນ​ຊວນ ຢູ່​ບ້ານ​ຈາວ, ຕາ​ແສງ ເງັ້ຍ​ເຫຼີ້ຍ ເທດ​ສະ​ບານ ເງັ້ຍ​ໂລ້ ໃຫ້​ຮູ້​ວ່າ :

   “ ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ພາຍຫຼັງ​ທຳ​ພິ​ທີ​ບູ​ຊາປູ​ຍ່າ​ຕາຍາຍ, ​ບັນ​ພະ​ບຸ​ລຸດ, ລູກຫຼານ​ໄດ້​ມາ​ເຕົ້າ​ໂຮມຄອບ​ຄົວ, ອວຍ​ພອນປູ​ຍ່າ​ຕາຍາຍມີ​ຂຸ​ຂະ​ພາບ​ແຂງ​ແຮງ, ສ່ວນປູ​ຍ່າ​ຕາຍາຍ, ​ບັນ​ພະ​ບຸ​ລຸດ​ກໍ​ອວຍ​ພອນ​ລູກຫຼານ​ຮຽນ​ເກັ່ງ ”

    ໃນ​ຂະ​ນະ​ນັ້ນ, ຄ່ຳ​ຄືນສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ຢູ່​ແຂວງ ເງະ​ອານ​ໄດ້​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 20 ໂມງ 30ນາ​ທີ ຂຶອງວັນ​ທີ 18/2 ຢູ່​ສະ​ໜາມຫຼວງ​ໂຮ່​ຈິ​ມິນ ທີ່​ນະ​ຄອນ​ວິງ ດ້ວຍ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ. ທ່ານ​ຝ້າມ​ຕ້ຽນ​ຢຸງ ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ເງະ​ອານ ໃຫ້​ຮູ້​ວ່າ :

     “  ໃນ​ຄ່ຳ​ຄືນ ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ປີນີ້, ນອກ​ຈາກ​ລາຍ​ການ​ຊົມ​ເຊ​ີຍ​ພັກ, ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແລ້ວ, ທາງ ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ເງະ​ອານ​ກໍ​ຈັດ​ຕັ້ງ​ໂຄ​ສະ​ນາ​ກ່ຽວ​ກັບ​ເຫດ​ການ​ສິ​ລະ​ປະ​ຂັບ​ຫວີ, ຢ້ຳ​ເງະ​ຕິ້ງ​ຂອງ 2 ແຂວງ​ເງະ​ອານ ແລະ ຮ່າ​ຕິ້ງ ຫາ​ກໍ​ໄດ້​ຮັ​ບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງມວນ​ມະ​ນຸດ. ໃນ​ຄ່ຳ​ຄືນ ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່, ກໍ​ຍັງ​ຈັດ​ການ​ເຄື່ອນ​ໄຫວ​ລະຫຼິ້ນ​ຕ້ອ​ນ​ຮັບ​ປີ​ໃໝ່​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຂອງ​ທ້ອງ​ຖິ່ນ​ອີກ​ດ້ວຍ ”

 

ຂ່າວ/ບົດ​ອື່ນ