ຊາວອີຣານ ມີ 300 ຄົນຜູ້ເສຍຊີວິດ ແລະ 2.600 ຄົນຮັບບາດເຈັບຍ້ອນແຜ່ນດິນໄຫວ
ຊາວ ອີຣານ ມີ 300 ຄົນຜູ້ເສຍຊີວິດ ແລະ 2.600 ຄົນຮັບບາດເຈັບຍ້ອນແຜ່ນດິນໄຫວ
(ພາບ: ອີນເຕີເນັດ)
(vovworld) - ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວ 2 ຄັ້ງຢ່າງລຽນຕິດຢູ່ພາກຕາເວັນຕົກສຽງເໜືອ ອີຣານ ໄດ້ເພີ່ມຂຶ້ນ 300 ຄົນ ແລະ ຕົວເລກດັ່ງກ່າວຄາດວ່າຍັງບໍ່ທັນຢຸດຕິລົງເທື່ອ. ໃນຂະນະນັ້ນ, ສະມາຄົມກາຊິກວົງເດືອນແດງສາກົນ ໃຫ້ຮູ້ວ່າ: ຈຳນວນຜູ້ຮັບບາດເຈັບໄດ້ເພີ່ມຂຶ້ນ 2.600 ຄົນ. ເຫດແຜ່ນດິນໄຫວ 2 ຄັ້ງໄດ້ສົ່ງຜົນສະທ້ອນໃຫ້ແກ່ໝູ່ບ້ານ 110 ແຫ່ງ. ເຫດແຜ່ນດິນໄຫວຄັ້ງທີ 1 ມີຄວາມແຮງ 6,2 ຣິດເຕີ ແລະ ເຫດແຜ່ນດິນໄຫວຄັ້ງທີ 2 ມີຄວາມແຮງ 6 ຣິດເຕີ.