ຊາວເຜົ່າຈຳຢູ່ບີງທ້ວນຕ້ອນຮັບບຸນປີໃຫມ່ Ramưwan

 ຊາວເຜົ່າຈຳຢູ່ບີງທ້ວນຕ້ອນຮັບບຸນປີໃຫມ່ Ramưwan - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 25/6, ຊາວ​ເຜົ່າ​ຈຳ ຢູ່ ​ແຂວງ ບີ່​ງທ້ວນ ​ເລີ່ມຕ້ອນຮັບ​ບຸນປີ​ໃຫມ່ ຣາມື​ວານ (Ramưwan). ນີ້​ແມ່ນ​ບຸນປີ​ໃຫມ່​ປະ​ເພນີ​ທີ່​ສຳຄັນກວ່າ​ໝູ່ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ຈຳ ນີກາຍ​ຊັນ​ນີ ທີ່​ດຳລົງ​ຊີວິດ​ໃນ​ບໍລິ​ເວນ​ແຂວງ. ບຸ​ນປີ​ໃຫມ່ຣາມື​ວານ ​ແກ່ຍາວ​ໃນ​ເວລາ​ເດືອນ​ຫນຶ່ງ ດ້ວຍຫລາຍ​ພິທີກຳ. ບຸນປີ​ໃຫມ່ຣາມື​ວານ​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ທີ​່ມີ​ມາ​ແຕ່​ດົນ​ນານ, ​ເປັນ​ມູນ​ເຊື້ອ​ແຫ່ງ​ການ​ເຫລື້​ອມ​ໃສ​ຂອງ​ຊາວ​ເຜົ່າ​ຈຳ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ລູກ​ຫລານ​ຄິດ​ເຖິງ​ປູ່​ຍ່າ​ຕາ​ຍາຍ ​ແລະ ພາວະນາ​ໃຫ້​ບ້ານ​ເກີດ​ເມືອງ​ນອນ​ມີ​ຄວາມ​ສະຫງົບ​ສຸກ, ທຸກ​ຄົນ​ຢູ່​ເຢັນ​ເປັນ​ສຸກ, ລະດູ​ການ​ໄດ້​ຮັບ​ຜົນ​ດີ. ​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ​ຄະ​ນະ​ກຳມະການ​ປະຊາຊົນ,​ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ​ບີ​ງທ້ວນ ​ໄດ້​ລົງ​ຢື້​ຢາມ, ມອບ​ຂອງຂວັນ ​ແລະ ອວຍພອນ​ບຸ​ນປີ​ໃຫມ່​ຊາວ​ເຜົ່າ​ຈຳ.

ຂ່າວ/ບົດ​ອື່ນ