ຊາວໜຸ່ມຈີນຢ້ຽມຢາມແລະພົບປະແລກປ່ຽນມິດຕະພາບຢູ່ແຂວງກວາງນິງ

ຊາວໜຸ່ມຈີນຢ້ຽມຢາມແລະພົບປະແລກປ່ຽນມິດຕະພາບຢູ່ແຂວງກວາງນິງ - ảnh 1
ຊາວໜຸ່ມ ຈີນ ຢ້ຽມຢາມ ແລະ ພົບປະແລກປ່ຽນມິດຕະພາບຢູ່ແຂວງກວາງນິງ
(ພາບ: quangninh.gov.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 7/11 ຄະນະ​ຜູ້​ແທນ​ຊາວ​ໜຸ່ມ ຈີນ ລວ​ມມີ 200 ຄົນ ມາ​ຢ້ຽ​ມຢາມ ​ແລະ ພົບ​ປະ​ແລກປ່ຽນ​ມິດຕະພາບ​ຢູ່​ແຂວງ ກວາງ​ນິງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ນອນ​ໃນ​ລາຍການ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່ມ ຫວຽດນາມ - ຈີນ ຄັ້ງ​ທີ 16 ​ໂດຍ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນຈັດ​ຕັ້ງ ​ເນື່ອງ​ໃນ​ໂອກາດ​ຢ້ຽ​ມຢາມ ຫວຽດນາມ ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຈີນ, ປະທານ​ປະ​ເທດ​ສາທາລະນະ​ລັດ​ປະຊາຊົນ​ຈີນ ສີ​ຈິ້ນ​ຜິ​ງ. ຄະນະ​ຊາວ​ໜຸ່ມ ຈີນ ພ້ອມ​ກັບ​ຊາວ​ໜຸ່ມ ກວາງ​ນິງ ຢ້ຽມຢາມ ອ່າວ​ຮ້າ​ລອງ; ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ​ເຂົ້າ​ຮ່ວມ​ກໍ່ສ້າງ​ຊົ​ນນະ​ບົດ​ໃໝ່, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ; ຮ່ວມ​ມື​ນັກທຸລະກິດ​ໜຸ່ມ, ​ໂຄສະນາ​ການ​ສຶກສາ​ໃຫ້​ລຸ້ນໜຸ່ມ. ​ໃນ​ຂອບ​ເຂດ​ລາຍການ​ຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທ​ຳ, ສິລະ​ປະລະ​ຫວ່າງ​ຊາວ​ໜຸ່ມ 2 ປະ​ເທດ.

ຂ່າວ/ບົດ​ອື່ນ