ຊາວໜຸ່ມຕ້ອງຝຶກຝົນຫຼໍ່ຫຼອມໃຫ້ມີຄຸນສົມບັດ,ມີຄວາມຮູ້ສູງແລະອຸດົມຄະຕິສູນສົ່ງ

ຊາວໜຸ່ມຕ້ອງຝຶກຝົນຫຼໍ່ຫຼອມໃຫ້ມີຄຸນສົມບັດ,ມີຄວາມຮູ້ສູງແລະອຸດົມຄະຕິສູນສົ່ງ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກິມ​ເງິນ
ພົບ​ປະ​ກັບ​ຜູ້​ແທນ 445 ຄົນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ໃຫຍ່ຊາວ​ໜຸ່ມ​ດີ​ເດັ່ນ
(ພາບ: tuoitre.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 28/08, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກິມ​ເງິນ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ແທນ 445 ຄົນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ໃຫຍ່ຊາວ​ໜຸ່ມ​ດີ​ເດັ່ນປະ​ຕິ​ບັດ​ຕາມ​ແບບ​ຢ່າ​ງ​ປະ​ທານ​ໂຮ່​ຈິ​ມິນ ຄັ້ງ​ທີ 5, ປີ 2016. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໝີ​ໃຫ້​ບັນ​ດາ​ຊາວ​ໜຸ່ມ​ດີ​ເດັ່​ນ​ສືບ​ຕໍ່​ຮ່ຳ​ຮຽນ, ອອກ​ແຮງ​ງານ, ​ຝຶກ​ຝົນຫຼໍ່​ຫຼອມ ໃຫ້​ນັບ​ມື້​ນັບ​ກ້າວ​ໜ້າ, ມີ​ຄຸນ​ສົມ​ບັດ,ມີ​ຄວ​າ​ມ​ຮູ້​ສູງແລະ​ອຸ​ດົ​ມ​ຄະ​ຕິ​ສູນ​ສົ່ງ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ຕີ​ລາ​ຄາ​ສູງສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່ຊາວ​ໜຸ່ມ​ດີ​ເດັ່ນປະ​ຕິ​ບັດ​ຕາມ​ແບບ​ຢ່າ​ງ​ປະ​ທາ​ນ​ໂຮ່​ຈິ​ມິນ, ໄລ​ຍະ 2014 – 2016 ແລະ ວາງ​ອອກ​ບັນ​ດາ​ມາ​ດ​ຕະ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 05 ຂອງ​ກົມ​ການ​ເມືອງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ເປັນ​ຢ່າງ​ດີ.

        “445 ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ ແມ່ນ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນໃນ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ ຢ່າງ​ແທ້​ຈິງ, ໄດ້​ມີ​ປະ​ກອ​ບ​ສ່ວນເຂົ້າ​ໃນ​ວຽກ​ງານ​ຄະ​ນະ​ຊາວ​ໜຸ່ມ ແລະ ຂະ​ບວນ​ການ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ​ຢ່າງ​ເໝາະ​ສົມ, ມີ​ອິດ​ທິ​ພົນ​ຊື່​ສຽງໃນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ ແລະ ສັງ​ຄົມ​ຢ່າງ​ຕັ້ງ​ໜ້າ”.

ຂ່າວ/ບົດ​ອື່ນ