ຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ເອີລົບຄຶກຄື້ນພ້ອມກັບFastivalLUMOS

ຊາວໜຸ່ມ,ນັກສຶກສາຫວຽດນາມຢູ່ເອີລົບຄຶກຄື້ນພ້ອມກັບFastivalLUMOS - ảnh 1
ຊາວ​ໜຸ່ມ,ນັກ​ສຶກ​ສາ​ຫວຽດ​ນາມ​ຢູ່​ເອີ​ລົບ
ຄຶກ​ຄື້ນ​ພ້ອມ​ກັບ​FastivalLUMOS
(ພາບ: TTXVN)

(vovworld)- Fastival ​ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ເອີ​ລົບ ຄັ້ງ​ທີ 2 ໄດ້​ຮັບ​ຄວາມ​ຮູ້​ຈັກເຖິງ ​ດ້ວຍຊື່​ເອີ້ນ​ວ່າ “Fastival LUMOS” ​ໄດ້ດຳ​ເນີນໄປ​ຢ່າງ​​ຟົດ​ຟື້ນ ແລະ ປະທັບ​ໃຈ ໃນ​ລະ​ຫວ່າງ ວັນ​ທີ 27-28/8 ຢູ່​ນະ​ຄອນ Choisy-le-Roi, ​ຊານ ​ນະ​ຄອນຫຼວງ​ Paris, ຝ​ຣັ່ງ. Fastival LUMOS ​ເປັນ​ວັນ​ບຸນ, ເປັນ​​ການ​ເຄື່ອນ​ໄຫວທີ່​ມີ​ຜົນ​ປະ​ໂຫຍດ ແລະ ​ປ​ອດ​ໃສ ຂອງ​ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ທີ່​ພວມ​ຮ່ຳ​ຮຽນ ຢູ່ຫຼາຍ​ປະ​ເທດ​ ໃນ​ເອີ​ລົບ​ຢ່າງ​ແທ້​ຈິງ. ງານ​ມະ​ໂຫລານ ໄດ້​ດຶງ​ດູດ​ຊາວ​ໜຸ່ມ​ນັກ​ສຶກ​ສາ ປະ​ມານ 500 ຄົນ ທີ່​ມາ​ຈາກ 5 ສະ​ມາ​ຄົມ​ນັກ​ສຶກ​ສາ​ບັນ​ດາ​ປະ​ເທດ​ເຢຍ​ລະ​ມັນ, ສາ​ທາ​ລະ​ນະ​ລັດ​ເຊັກ, ອີ​ຕາ​ລີ​, ໂຮນ​ລັງ, ແຟງ​ແລນ ແລະ ສະ​ມາ​ຄົມ​ນັກ​ສຶກ​ສາ 23 ສາ​ຂາ ໃນ​ທົ່ວ​ປະ​ເທດ​    ຝ​ຣັ່ງ. ເຂົາ​ເຈົ້າ ໄດ້​ແບ່ງ​ເປັນຫຼາຍ​ທີມຮ່ວ​ມກັນ​ແຂ່ງ​ຂັນ ໃນ​​ການ​ເຄື່ອນ​ໄຫວຕ່າງໆ​ເຊັ່ນການ​ແຂ່ງ​ຂັນ​ສິ​ລະ​ປະ ແລະ ກິ​ລາ ເພື່ອ​ແນ​ໃສ່​ຍົກ​ສູງ​ນ້ຳ​ໃຈໝູ່​ຄະ​ນະ ແລະ ເຊີດ​ຊູ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ ຂອງ​ຊາວ​ໜຸ່ມ. ​ຈຸດ​ສຸມ​ຂອງ​​ເຄື່ອນ​ໄຫວແມ່ນ​ການ​ແຂ່ງ​ຂັນ “ຄວາມ​ເກັ່ງ​ກ້າ​ສາ​ມາດ​ ຂອງ​ໄວ​ໜຸ່ມ​ເອີ​ລົບ” ​ທີ່ດຳ​ເນີນ ໃນ​ວັນ​ທີ 27/8. Fastival ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ຝ​ຣັ່ງ ເປ​ັນ​ເຫດ​ການ​ທີ່​ມີ​ຂອບ​ຂະ​ໜາດໃຫຍ່ ໄດ້ຈັດ​ຕັ້ງເປັນ ​ຄັ້ງ​ທີ 2 ຢູ່​ເອີ​ລົບ, ພາຍຫຼັງ​​ຜົນສຳ​ເລັດ ຂອງ Fastival  ຄັ້ງ​ທຳ​ອິດ ທີ່​ໄດ້​ຈັດ​ຕັ້ງ ໃນ​ປີ 2015 ຢູ່ Berlin, ສາ​ທາລະ​ນະ​ລັດ​ສະ​ຫະ​ພັນ​ເຢຍ​ລະ​ມັນ.

ຂ່າວ/ບົດ​ອື່ນ