ຊາວໜຸ່ມບັນດາທ້ອງຖິ່ນຫວຽດນາມແລະລາວເພີ່ມທະວີການພົບປະແລກປ່ຽນ

ຊາວໜຸ່ມບັນດາທ້ອງຖິ່ນຫວຽດນາມແລະລາວເພີ່ມທະວີການພົບປະແລກປ່ຽນ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 11/8, ຢູ່​ນະຄອນ ດ່າ​ໜັງ​ ​ໄດ້​ດຳ​ເນີນ​ພິທີ​​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ໂຄງການ​ຮ່ວມ​ມື​ພັດທະນາ​ຊາວ​ໜຸ່ມ​ສາກົນ​ໄລຍະ 2015 – 2020 ລະຫວ່າງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ນະຄອນ ດ່າ​ໜັງ ​ແລະ ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ ລາວ ​ແຂວງ ສາລະ​ວັນ . ບົດ​ບັນທຶກ​ຊ່ວຍ​ຈຳ​ປະກອບ​ດ້ວຍ 10 ມາດຕາ, ​ໃນ​ນັ້ນ​ຊີ້​ແຈ້ງວ່າ: 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ ປະຊາຊົນ​ຍິ່ງ​ກ່ວາ​ອີກ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ, ​ເຍົາວະ​ຊົນ 2 ​ແຂວງ, ນະຄອນ ດ່າ​ໜັງ ​ແລະ ​ແຂວງ ສາລະ​ວັນ. 2 ຝ່າຍ​ຈະ​ສົມທົບ​ກັນ​ໂຄສະນາ, ສຶກສາ​ອົບຮົມກ່ຽວ​ກັບ​ມູນ​ເຊື້ອ​ປະຫວັດສາດ​ຂອງ 2 ປະ​ເທດ, ການ​ພົວພັນ ຫວຽດນາມ - ລາວ ຢ່າງ​ເປັນ​ປະຈຳ.

ຂ່າວ/ບົດ​ອື່ນ