ຊາວໜຸ່ມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ພັກກ່ຽວກັບວິທະຍາສາດເຕັກໂນໂລຢີ

ຊາວໜຸ່ມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ພັກກ່ຽວກັບວິທະຍາສາດເຕັກໂນໂລຢີ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 22/9, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​​ຊາວ​ໜຸ່ມ​ກອມ​ມູນິດ​ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ກອງ​ປະຊຸມ ​ເພື່ອ​​ໃຫ້ບັນດາ​ພະນັກງານ, ລັດຖະກອນ​ໜຸ່ມ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 12 ຂອງ​ພັກ. ​ເຫັນ​ດີ​ສູງຕໍ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ອ້າຍ ອວງຫວຽດຢຸງ, ຮອງ​ຫົວໜ້າ​ຫ້ອງການ​ຄະນະ​ກຳມະການຄວາມ​ປອດ​ໄພ​ທາງຄົມມະນາຄົມ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນວິທະຍາສາດ​ເຕັກ​ໂນ​ໂລ​ຢີຄື​ດັ່ງ​ເຂັມ​ຊີ້​ທິດ ​ເພື່ອ​ພັດທະນາ​ໃນ​ສະ​ໄໝເຕັກ​ໂນ​ໂລ​ຢີ. ພຽງ​ແຕ່ມີເຕັກ​ໂນ​ໂລ​ຢີຈຶ່ງສາມາດ​ຍູ້​ແຮງ​ການ​ຫັນ​ເຄື່ອງມື​​ຜະລິດ​ເປັນ​ທັນ​ສະ​ໄໝ ໄດ້ເທົ່າ​ນັ້ນ​​, ທັງແມ່ນ​ເຄື່ອງມື​ ​ເພື່ອ​ໃຫ້ພວກ​ເຮົາ​ສຳ​ພັດ​ກັບ​ໂລກ​ໄວ​ທີ່ສຸດ ​ແລະ ​ແມ່ນ​ເຄື່ອງມື​ເພື່ອ​​ໃຫ້ພວກ​ເຮົາ​ຢືນຢັນ​ໄດ້​ພູມ​ປັນຍາ​ຂອງ​ປະ​ເທດ​ໜຶ່ງ. ຂ້າພະ​ເຈົ້າ​ຫວັງ​ວ່າ: ດ້ວຍ​ພື້ນຖານທີ່ພວກ​ບັນລຸ​ໄດ້​ຕໍ​່ໄປ​ນີ້ ພ້ອມ​ກັບ​ການ​ເຊື່ອມ​​ໂຍງ​ເຂົ້າກັບ​ສາກົນ, ການ​ພັດທະນາ​ຂອງ​ອົງການ​ຈັດ​ຕັ້ງ​ສ່ວນ​ບຸກຄົນ, ບັນດາ​ນັກ​ຄົ້ນຄວ້າ​ກ່ຽວ​ກັບວິທະຍາສາດ​ເຕັກ​ໂນ​ໂລ​ຢີພາຍ​ໃນ​ປະ​ເທດ ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ການ​ລົງທຶນຂອງ ພັກ, ລັດ, ການ​ພັດທະນາວິທະຍາສາດ​ຂອງ​ພວກ​ເຮົາ​ຈະ​ເຕີບ​ໂຕ. ພວກ​ເຮົາ​ຈະ​ມີ​ຜະລິດ​ຕະພັນເຕັກ​ໂນ​ໂລ​ຢີຂອງຕົນທີ່​ໄດ້​ຮັບ​ການຮັບຮູ້​ຈາກ​ທົ່ວ​ໂລກ”.

        ບັນດາ​ຜູ້​ແທນ​ກໍ​ຖື​ວ່າ: ​ເອກະສານ​ຕ້ອງ​ເອົາ​ໃຈ​ໃສ່​ກ່ວາ​ອີກ ​ເຖິງ​ການ​ຍົກ​ສູງ​ວຽກ​ງານ​ສຶກສາ ​ແລະ ​ເຝິກອົບຮົມ​ຊາວ​ໜຸ່ມ​ກ່ຽວ​ກັບ​ທັກ​ສະ​ໃນ​ວິຊາ​ອາຊີບ, ວຽກ​ເຮັດ​ງານ​ທຳ.

ຂ່າວ/ບົດ​ອື່ນ