ຊາວໜຸ່ມຫວຽດນາມ- ກູບາເພີ່ມທະວີການ ຮ່ວມມືມິດຕະພາບ

ຊາວໜຸ່ມຫວຽດນາມ- ກູບາເພີ່ມທະວີການ ຮ່ວມມືມິດຕະພາບ - ảnh 1

(ພາບ: thanhnien.com.vn )

(vovworld)- ຊາວ​ໜຸ່ມສອງ​ປະ​ເທດ​ຫວຽດນາມ-​ກູ​ບາ​ ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ອົງການ​ຊາວ​ໜຸ່ມ​ກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະ​ເໜີ​ຄົ້ນຄ້ວາ​ບັນດາ​ໂຄງການ​ຮ່ວມ​ມື ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ອາສາ​ສະໝັກ​ລະຫວ່າງ​ຊາວ​ໜຸ່ມສອງປະ​ເທດ. ນັ້ນ​ແມ່ນ​ຂໍ້​ຕົກລົງ​ລະຫວ່າງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ສອງປະ​ເທດ​ຫວຽດນາມ-​ກູ​ບາ ​ໃນ​ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ການ​ນຳ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ສອງປະ​ເທດ​ ​ໃນ​ການ​ຢ້ຽມຢາມ​ກູ​ບາ ຫວ່າງ​ແລ້ວ​ນີ້ ຂອງ​ທ່ານ​ຟານ​ວັນ​ໝ້າຍ, ​ເລຂາ​ຜູ້​ປະຈຳການສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ. ສອງ​ຝ່າຍ​ຢືນຢັນ​ຈະ​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ຊື່​ງກັນ ​ແລະ ກັນ​ໃນ​ວິວັດ​ການ​ກະກຽມ ກໍ່​ຄື​ໃນ​ໄລຍະ​ເຂົ້າຮ່ວມ​ງານ​ມະ​ໂຫລານ​ຊາວ​ໜຸ່ມ​ນັກ​ສຶກສາ​ໂລກ​ຄັ້ງທີ 18 ຊື່​ງຈະ​ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້​ຢູ່ Ecuador. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ກູ​ບາ ​ແຕ່​ວັນ​ທີ 23-29/9, ຄະນະ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ຮອງ​ຫົ​ວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ Oscar Martinez; ​​ໄປ​ວາງ​ພວງມາລາ​ຢູ່​ເຂດ​ອະນຸສາວະລີ​ນັກ​ວິລະ​ຊົນ​ແຫ່ງ​ຊາດ Jose Marti ​ແລະ ອະນຸສາວະລີ​ປະທານ​ໂຮ່ຈິ​ມິນ; ຢ້ຽມຢາມ ​ແລະ ​ເຮັດວຽກ​ກັບໜັງສື​ພິມ “ຊາວ​ໜຸ່ມ​ລຸກ​ຂຶ້ນ“ ​ແລະ ພົບປະ​ກັບ​ນັກຮຽນ​ຫວຽດນາມ ພວກ​ຮ່ຳຮຽນ​ຢູ່​ກູ​ບາ.

ຂ່າວ/ບົດ​ອື່ນ