ຊາວໜຸ່ມຫວຽດນາມ ພົບປະແລກປ່ຽນວັດທະນະທໍາ ກັບ ຜູ້ແທນໂຄງການຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່່ນ ເດີນທະເລ

(VOVWORLD) -ຕອນຄໍ່າວັນທີ 02 ທັນວາ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທໍາລະຫວ່າງຜູ້ແທນໂຄງການຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ເດີນທະເລ ປີ 2018 ກັບຊາວໜຸ່ມນະຄອນ.

  ເຂົ້າຮ່ວມລາຍການພົບປະແລກປ່ຽນວັດທະນະທໍາ, ຜູ້ແທນຊາວໜຸ່ມ ໂຄງການຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ເດີນທະເລ 326 ຄົນ ໃນນັ້ນ ມີຜູ້ແທນຊາວໜຸ່ມຫວຽດນາມ 29 ຄົົນ ພ້ອມກັບ ຊາວໜຸ່ມນະຄອນ 500 ຄົນ ໄດ້ພ້ອມກັນຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງຫວຽດນາມ. ບັນດາຜູ້ແທນຂອງໂຄງການ ຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ເດີນທະເລ ຄັ້ງທີ 45 ປີ 2018 ໄດ້ສະແດງລາຍການວັດທະນະທໍາສິລະປະທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ.

        ບັນດາຜູ້ແທນໂຄງການຊາວໜຸ່ມອາຊີຕາເວັນອອກ ແລະ ຍີ່ປຸ່ນ ເດີນທະເລ ຈະເຄື່ອນໄຫວຢູ່ນະຄອນໂຮ່ຈີມິນ ແຕ່ວັນທີ 02 – 5 ທັນວາ ເພື່ອເຂົ້າຮ່ວມບັນດາການພົບປະແລກປ່ຽນສະແດງສິລະປະ, ໄປຢ້ຽມຢາມໂຮງຮຽນແຫ່ງຕ່າງໆ ແລະ ພົບປະແລກປ່ຽນກັບສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກຮຽນ, ນັກສຶກສາ ໃນບໍລິເວນນະຄອນ ແລະ ພັກອາໄສຢູ່ເຮືອນຂອງປະຊາຊົນ ເພື່ອແນໃສ່ສໍາຜັດກັບວິຖີຊີວິດ, ວັດທະນະທໍາຂອງຊາວຫວຽດນາມ.

        ໃນການເດີນທາງປີ 2018, ບັນດາຜູ້ແທນຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວພາຍໃນ 52 ວັນ, ແຕ່ວັນທີ 24 ຕຸລາ - 12 ທັນວາ, ເລີ່ມຕົ້ນແຕ່ຍີ່ປຸ່ນ ຫຼັງຈາກນັ້ນ ເດີນທາງໄປຢ້ຽມຢາມປະເທດ ບຣູໄນ, ຟີລິບປິນ, ໄທ. ພາຍຫຼັງການເດີນທາງ ແລະ ເຄື່ອນໄຫວຢູ່ຫວຽດນາມ, ບັນດາຜູ້ແທນຊາວໜຸ່່ມ ຈະເດີນທາງໄປ ຍີ່ປຸ່ນ ແລະ ສິ້ນສຸດການເດີນທາງໃນວັນທີ 12 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ