ຊາວໜຸ່ມອາຊຽນ ແລະ ຍີປຸ່ນເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນ ຢູ່ ສິງກະໂປ

ຊາວໜຸ່ມອາຊຽນ ແລະ ຍີປຸ່ນເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນ ຢູ່ ສິງກະໂປ - ảnh 1
ຄະນະຜູ້ແທນຊາວໜຸ່ມລາວ ທີ່ເຂົ້າຮ່ວມການ​ເດີນທາງ​ຢ້ຽມຢາມ ຂອງ​ກຳ​ປັ່ນ​ຊາວ​ໜຸ່ມ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
(ພາບ: TTXVN) 

(vovworld)- ວັນ​ທີ 30/11, ມີ​ຊາວ​ໜຸ່ມ​ກ່ວາ 300 ຄົນທີ່ີມາຈາກ 10 ປະເທດອາຊຽນ ແລະ ຍີປຸ່ນໄດ້ເລີ່ມ ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນຢູ່ ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ ຊຶ່ງ​ແມ່ນ​ປະ​ເທ​ດ​ທີ່ 4 ​ໃນ​ການ​ເດີນທາງ​ຢ້ຽມຢາມ ຂອງ​ກຳ​ປັ່ນ​ຊາວ​ໜຸ່ມ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ປີ 2013, ຖັດຈາກ ຍີ​ປຸ່ນ, ຫວຽດນາມ ​ແລະ ​ໄທ, ບັນດາສະມາຊິກທີ່ເຂົ້າຮ່ວມການເດີນທາງ ລ້ວນແຕ່ຖືວ່າ ຈຸດພົ້ນເດັ່ນຂອງການເຄື່ອນໄຫວນີ້ ແມ່ນຈິດໃຈຮັກແພງແຂກຂອງຊາວຍີ​ປຸ່ນ, ຫວຽດນາມ, ສິງກະໂປ ​ແລະ ​ໄທ. ຊຸດເສື້ອຍາວຂອງແມ່ຍິງຫວຽດນາມ ແລະ ວິຖີຊີວິດຂອງຄອບຄົວຫວຽດນາມ ໄດ້ສ້າງຄວາມປະທັບໃຈທີ່ດີງາມໃຫ້ໝົດ ທຸກຄົນ.

    ບັນ​ດາຜູ້​ແທນ​ທີ່​ເຂົ້າ​ຮ່ວມການ​ເດີນທາງ​ຢ້ຽມຢາມ ຂອງ​ກຳ​ປັ່ນ​ຊາວ​ໜຸ່ມ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ໃນ​ພາກ​ພື້ນ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຄື ທຳ​ຄວາມ​ສະອາດ​ຢູ່​ຫາດ​ຊາຍ​ທະ​ເລ, ​ແຈກ​ຢາຍ​ສະບຽງ​ອາຫານ​ໃຫ້​ແກ່​ຜູ້ທຸກ​ຍາກ ​ແລະ ຢ້ຽມຢາມ​ຢູຊະນີ​ຍະສະ​ຖານ​ປະຫວັດ​ສາດບາງ​ແຫ່ງ​ຂອງ​ສິງກະ​ໂປ. 

ຂ່າວ/ບົດ​ອື່ນ