ຊາວໜຸ່ມອາສາສະໝັກລະດູຮ້ອນປີ 2017

(VOVWORLD) - ວັນທີ 10/6, ແຂວງ ດົ່ງນາຍ ຈັດຕັ້ງຂະບວນການຊາວໜຸ່ມອາສາສະໝັກລະດູຮ້ອນປີ 2017ດ້ວຍຫົວຂໍ້ວ່າ “ໄວໜຸ່ມ ດົ່ງນາຍ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ ແລະ ຕົວເມືອງສີວິໄລ“. 
ຊາວໜຸ່ມອາສາສະໝັກລະດູຮ້ອນປີ 2017 - ảnh 1 ພາບປະກອບ

ການເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນປີ 2017, ລວມມີລາຍການເພີ່ມກຳລັງໃຫ້ຍາມສອບເສັງ, ຊາວໜຸ່ມອາສາສະໝັກລະດູຮ້ອນຂຽວ, ອາສາສະໝັກດອກຝາງແດງ, ຍາມພັກສີບົວ ແລະ ການເຄື່ອນທັບຂຽວ.

        ໃນວັນດຽວກັນ, ຢູ່ສະໜາມຫຼວງ ແບກດັ່ງ, ແຂວງ ຊອກຈັງ ກໍ່ໄດ້ຈັດຕັ້ງບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກງລະດູຮ້ອນ 2017. ດ້ວຍຫົວຂໍ້ວ່າ “ໄວໜຸ່ມ ຊອກຈັງ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ແລະ ຕົວເມືອງສີວິໄລ. ບັນດາການເຄື່ອນໄຫວຂອງຊາວໜຸ່ມອາສາສະໝັກແມ່ນສຸມໃສ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດແຄມຝັ່ງທະເລ ແລະ ໝູ່ເກາະ, ບັນດາທ້ອງຖີ່ນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ເຂດຊົນເຜົ່າສ່ວນນ້ອຍ, ເຂດຫ່າງໄກສອກຫຼີ, ເຂດຖືກນ້ຳທະເລຊືມເຂົ້າ ຫຼືມີໄພແຫ້ງແລ້ງ“.

ຕອບກັບ

ຂ່າວ/ບົດ​ອື່ນ