ຊາວໜຸ່ມແຂວງກວາງຈີ້ ຕອບບຸນແທນຄຸນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ

ຊາວໜຸ່ມແຂວງກວາງຈີ້ ຕອບບຸນແທນຄຸນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ - ảnh 1
(ພາບປະກອບ)

(vovworld) – ​ໂດຍ​ປະຕິບັດ​ລາຍ​ການ​ຖະຫວາຍ​​ດອກ​ໄມ້​ຕໍ່ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ໃນ​ລະຫວ່າງ​ວັນ​ທີ 31/01 – 01/02, ຄະນະ​ຂົນຂວາຍ​ຖະຫວາຍ​​ດອກ​ໄມ້​ຕໍ່ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຄະນະ​ຜູ້​ແທນ​ໄວ​ໜຸ່ມ​​ແຂວງ​ກວາງ​ຈີ້ ​ໄດ້​ປະຕິບັດ​ສຳ​ເລັດ​ການຕິດ​​ໂຖ ​ແລະ ດອກ​​ໄມ້ຢູ່ ຂຸມ​ສົບນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 21.000 ຂຸມຢູ່​ສຸສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ທາງ​ເລກ 9 ​ແລະ ສຸ​ສານນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງ​ຊາດ ​ເຈື່ອງ​ເຊີນ. ບັນດາ​ສະມາຊິກ​ຊາວ​ໜຸ່ມ​ດີ​ເດັ່ນ​ຂອງ​ແຂວງ​ກວາງ​ຈີ້ ​ມີ​ຄວາມ​ເອກອ້າງ​ທະນົງ​ໃຈ​ເມື່ອ​ໄດ້​ພ້ອມກັນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ດັ່ງກ່າວ. ​ອ້າຍ​ເຈີ​ນຊວນ​ແອ​ງ, ຮອງ​ປະທານ​ສະຫະ​ສະມາຄົມ​ຊາວ​ໜຸ່ມ​ແຂວງ​ກວາງ​ຈິ້ ​ໃຫ້​ຮູ້​ວ່າ.

        “ປະຈຸ​ບັນ, ສຳລັບ​ຄະນະ​ຊາວ​ໜຸ່ມ​ຂັ້ນ​ເມືອງ, ​ພວກ​ຂ້າພະ​ເຈົ້າ​ໄດ້​ຊີ້ນ​ຳ​ກຳລັງ​ຕ່າງໆເຂົ້າ​ຮ່ວມ​ການ​ຕິດ​​ໂຖດອກ​​ໄມ້ຢູ່​ບັນດາ​ສຸສານ​ຂັ້ນ​ເມືອງ, ຕາ​ແສງ. ສຳລັບຄະນະ​ຊາວ​ໜຸ່ມ​ແຂວງ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ລະດົ​ມກຳລັງ​ເຂົ້າ​ຮ່ວມການຕິດ​​ໂຖດອກ​​ໄມ້ຢູ່​ບັນດາ​ສຸສານ​ແຫ່ງ​ຊາດ ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ສະມາຊິກ​ຊາວໜຸ່ມ​ກວ່າ 2000 ຄົນ​ເຂົ້າ​ຮ່ວມ​ການຕິດ​ໂຖດອກ​​ໄມ້ຢູ່ 22.000 ຂຸມ​ສົບ​ໃນສຸສານ​ແຫ່ງ​ຕ່າງໆ. ທຸກ​ວຽກ​ງານ​ກະກຽມ​ຂອງ​ຄະນະ​ຂົນຂວາຍ ​ໄດ້​ຮັບ​ການ​ກະກຽມຢ່າງ​ລອບ​ຮອບ​ຖີ່​ຖ້ວນຮັບປະກັນ​ແຜນການ​ທີ່​ໄດ້​ວາງ​ອອກ.”

ຂ່າວ/ບົດ​ອື່ນ