ທ່ານ Ernest Bower,ຜູ້ອຳນວຍການໂຄງການ
ອາຊີຕາເວັນອອກສ່ຽງໃຕ້
|
(vovworld)- ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ຈະໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ ແຕ່ວັນທີ 6-10/7 ຕາມຄຳເຊີນຂອງລັດຖະບານ ອາເມລິກາ. ການຢ້ຽມຢາມຈະດຶງດູດຄວາມສົນໃຈພິເສດຂອງຫາງສຽງ ອາເມລິກາ, ເພາະນີ້ແມ່ນຄັ້ງທຳອິດ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຢ້ຽມຢາມອາເມລິກາ ຢ່າງເປັນທາງການ ແລະ ເຈລະຈາກັບປະທານາທິບໍດີ ອາເມລິກາ. ທ່ານ Ernest Bower,ຜູ້ອຳນວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ ຖືວ່າ: ການຢ້ຽມຢາມຄັ້ງປະຫວັດສາດນີ້ສະແດງໃຫ້ເຫັນວ່າການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ພວມນັບມື້ນັບເລິກເຊິ່ງ. ອາເມລິກາ ຖືເປັນສຳຄັນບົດບາດຂອງຫວຽດນາມໃນພາກພື້ນ ອາຊີ ປາຊີຟິກ ແລະ ສອງປະເທດພວມຮ່ວມມືຢ່າງມີປະສິດທິຜົນໃນຫລາຍຂົງເຂດ.
“ການຢ້ຽມຢາມອາເມລິກາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການເຄົາລົບເຊິ່ງກັນ ແລະກັນລະຫວ່າງສອງປະເທດ. ພວກເຮົາຄວນຍູ້ແຮງບັນດາຄຳໝັ້ນສັນຍາຂອງສອງປະເທດ ເພື່ອຍົກການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃຫມ່. ການຢ້ຽມຢາມນີ້ ຄືດັ່ງບາດກ້າວເດີນສຳຄັນເພື່ອນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃຫມ່.”
ໃນຂະນະນັ້ນ ທ່ານ Gregory Poling, ຜູ້ຊ່ຽວຊານຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ເວົ້າວ່າ:
“ການຢ້ຽມຢາມແມ່ນສະແດງໃຫ້ເຫັນວ່າ ອາເມລິກາຖືການພົວພັນກັບຫວຽດນາມເປັນສຳຄັນ. ເພາະ ໃນການຢ້ຽມຢາມຄັ້ງນີ້ ປະທານາທິບໍດີ ອາເມລິກາ ຈະພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢູ່ ທຳນຽບຂາວ, ນີ້ແມ່ນເຫດການສຳຄັນພິເສດ.”