ຊີເກມ 32: ຫວຽດນາມ ຄ້ວາຫຼຽນຄຳໄດ້ອີກ 8 ຫຼຽນ

(VOVWORLD) -ຄະນະນັກກິລາຫວຽດນາມ     ຄ້ວາ ໄດ້ຫຼຽນຄຳຕື່ມອີກ 8 ຫຼຽນ, ອັນໄດ້ຍົກຈຳນວນທັງໝົດ. ຫຼຽນຄຳຂຶ້ນເປັນ 38 ຫຼຽນ
   
ຊີເກມ 32: ຫວຽດນາມ ຄ້ວາຫຼຽນຄຳໄດ້ອີກ 8 ຫຼຽນ - ảnh 1ຫງວຽນທິແອວງ ສາມາດຄ້ວາໄດ້ 2 ຫຼຽນຄຳ ໃນການແຂ່ງຂັນແລ່ນ 1.500 ແມັດ ແລະ 3.000 ແມັດ ແລ່ນຜ່ານອຸປະສັກ.

     ໄລ່ຮອດເວລາ 18ໂມງ30 ຂອງວັນທີ 9 ພຶດສະພານີ້ ເປັນມື້ທີ 4 ຂອງການແຂ່ງຂັນ, ງານມະຫາກຳກິລາອາຊີຕາເວັນອອກສຽງໃຕ້ຄັ້ງທີ 32 (ຊີເກມ 32) ທີ່ໄຂຂຶ້ນຢູ່ກຳປູເຈຍ, ຄະນະນັກກິລາຫວຽດນາມຄ້ວາໄດ້ຫຼຽນຄຳຕື່ມອີກ 8 ຫຼຽນ, ອັນໄດ້ຍົກຈຳນວນທັງໝົດ. ຫຼຽນຄຳຂຶ້ນເປັນ 38 ຫຼຽນ.  ບັນດາຫຼຽນຄຳຕົກເປັນຂອງກິລາປະເພດມວຍ Vovinam ແລະ ໝາກເສິກ; ກາຍຍະກຳ, ແລ່ນແລະລານ ສິ່ງທີ່ໜ້າປະທັບໃຈທີ່ສຸດຂອງຄະນະນັກກິລາ ຫວຽດນາມ ໃນວັນທີ 9 ພຶດສະພາ ແມ່ນນັກກິລາ ຫງວຽນທິແອວງ ສາມາດຄ້ວາໄດ້ 2 ຫຼຽນຄຳ ໃນການແຂ່ງຂັນແລ່ນ 1.500 ແມັດ ແລະ 3.000 ແມັດ ແລ່ນຜ່ານອຸປະສັກ. ປະຈຸບັນ, ຫງວຽນທິແອວງຄ້ວາໄດ້ 3 ຫຼຽນຄຳໃນງານມະຫະກຳຊີເກມຄັ້ງທີ 32.

ຕອບກັບ

ຂ່າວ/ບົດ​ອື່ນ