ຊີເກັມ28ອັດລົງໃນວັນທີ16/6

ຊີເກັມ28ອັດລົງໃນວັນທີ16/6 - ảnh 1
(ພາບປະກອບ:.hctv.com.vn)

(vovworld) – ​ໃນ​ເວລາ 18 ​ໂມງ ວັນ​ທີ16/6, ພິທີ​ອັດງານ​ມະຫາ​ກຳ​ກິລາ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ຊີ​ເກັມ 28) ປີ 2015 ​ໄດ້​ດຳ​ເນີນ​ຢູ່​ສະໜາມກິລາ​ແຫ່ງ​ຊາດ ສິງກະ​ໂປ,​ ​ສິ້ນ​ສຸດການແຂ່ງຂັນ​​ທາງ​ການມາ​ເປັນ​ເວລາ 11 ວັນ​. DJ ທີ່​ມີ​ຊື່​ສຽງ​ຂອງ​ໂລກ Ferry Corsten ​ແລະ ບັນດາ​ນັກ​ສິລະ​ປິນ​ທີ່​ມີ​ຊື່​ສຽງ​ຂອງ ສິງກະ​ໂປ ຈະ​ສະ​ແດງ​ທີ່​ພິທີອັດ.​ ຄະນະ​ຈັດ​ຕັ້ງ ຊີ​ເກັມ 28 ຈະ​ມອບ​ທຸງ ຊີ​ເກັມ ​ໃຫ້​ຜູ້ຕາງໜ້າ​ຂອງ ມາ​ເລ​ເຊຍ, ປະ​ເທດ​ເຈົ້າພາບຈັດ​ຕັ້ງ ​ຊີ​ເກັມ 29 ​ໃນ​ປີ 2017. ດ້ວຍ​ຫຼຽນ​ເງິນ​ທີ່​ຄ້ວາ​ໄດ້​ໃນ​ຕອນ​ເຊົ້າ​ວັນ​ທີ 16/6, ຢູ່​​ກິລາປະ​ເພດ​ບານ​ສົ່ງ​ສຳລັບ​ໝູ່ຊາຍ, ຄະນະ​ກິລາຫວຽດນາມ ຖືກ​ຈັດອັນ​ດັບ​ທີ 3 ​ໃນ​ຕາຕະລາງ​ຈັດ​ອັນ​ດັບ, ຖັດຈາກ​ຄະນະ​ກິລາ​ໄທ ​ແລະ ປະ​ເທດ​ເຈົ້າພາບ ສິງກະ​ໂປ, ດ້ວຍ​ຫຼຽນ​ຄຳ 73 ຫຼຽນ, ຫຼຽນ​ເງິນ 52 ຫຼຽນ ​ແລະ ຫຼຽນ​ທອງ 60 ຫຼຽນ.

ຂ່າວ/ບົດ​ອື່ນ