ຊູ​ແອັດ ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ ຕວັກ​ກີ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ NATO

(VOVWORLD) -ທ່ານນາຍົກລັດຖະມົນຕີ ຊູແອັດ Ulf Kristersson ຖະແຫຼງວ່າ ພ້ອມແລ້ວທີ່ຈະດຳເນີນການເຈລະຈາ ກັບ ຕວັກກີ ກ່ຽວກັບໃບຄຳຮ້ອງຂໍເຂົ້າເປັນສະມາຊິກ ອົງການອັດລັງຕິກເໜືອ (NATO) ຂອງປະເທດ ນີ້ ໃນທັນທີ ພາຍຫຼັງ Ankara ໄດ້ກຽມພ້ອມແລ້ວ
ຊູ​ແອັດ ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ ຕວັກ​ກີ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ NATO - ảnh 1ທ່ານປະທານາທິບໍດີ ຕວັກກີ Tayyip Erdogan (ເບື້ອງຂວາ)  ແລະ ທ່ານນາຍົກລັດຖະມົນຕີ ຊູແອັດ Ulf Kristersson (ພາບ: Reuters)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນຂອບເຂດການຢ້ຽມຢາມ Estonia ໃນວັນທີ 07 ກຸມພາ, ທ່ານນາຍົກລັດຖະມົນຕີ ຊູແອັດ Ulf Kristersson ຖະແຫຼງວ່າ ພ້ອມແລ້ວທີ່ຈະດຳເນີນການເຈລະຈາ ກັບ ຕວັກກີ ກ່ຽວກັບໃບຄຳຮ້ອງຂໍເຂົ້າເປັນສະມາຊິກ ອົງການອັດລັງຕິກເໜືອ (NATO) ຂອງປະເທດ ນີ້ ໃນທັນທີ ພາຍຫຼັງ Ankara ໄດ້ກຽມພ້ອມແລ້ວ. ທ່ານ Kristersson ຖືວ່າ ບັນດາເງື່ອນໄຂຕັດສິນຊີ້ຂາດ ເພື່ອເຊື່ອມຕໍ່ການເຈລະຈາຄືນໃໝ່ ລ້ວນແຕ່ມີຄວາມສະດວກດີ. ເຖິງຢ່າງໃດກໍຕາມ, ໃນສະພາບການຕວັກກີ ຈັດການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດ ໃນເດືອນ ພຶດສະພາຈະມາເຖິງ, ເລື່ອງອຳນາດການປົກຄອງ Ankarra ສຸມໃສ່ນະໂຍບາຍພາຍໃນປະເທດ ແມ່ນສິ່ງທີ່ເຂົ້າໃຈໄດ້ງ່າຍ.

        ໃນວັນດຽວກັນ, ທ່ານປະທານາທິບໍດີ ແຟງລັງ Sauli Niinisto ສະແດງຄວາມຫວັງວ່າ ປະເທດນີ້ ແລະ ຊູແອັດ ຈະໄດ້ເປັນສະມາຊິກ NATO “ໄວທີ່ສຸດເທົ່າທີ່ຈະໄວໄດ້”.


ຕອບກັບ

ຂ່າວ/ບົດ​ອື່ນ