ຊູ​ແອດ ເນ​ລະ​ເທດ​ພະ​ນັກ​ງານ​ການ​ທູດ ລັດ​ເຊຍ 5 ຄົນ. ມົດ​ສະ​ກູ​ອອກ​ຖະ​ແຫຼງ​ການ​ຈະ​ໂຕ້​ຕອບ​ຄືນ​ເຊັ່ນ​ດຽວ​ກັນ

(VOVWORLD) -ກະຊວງການຕ່າງປະເທດ ຊູແອັດ ໄດ້ແຈ້ງໃຫ້ຊາບວ່າ ໄດ້ເນລະເທດພະນັກງານການທູດ ລັດເຊຍ 5 ຄົນ ດ້ວຍເຫດຜົນທີ່ວ່າ ບຸກຄົນເຫຼົ່ານີ້ “ມີການເຄື່ອນໄຫວທີ່ບໍ່ສອດຄ່ອງກັບກົດບັດ ວຽນ ກ່ຽວກັບການພົວພັນຕ່າງປະເທດ”.
ຊູ​ແອດ ເນ​ລະ​ເທດ​ພະ​ນັກ​ງານ​ການ​ທູດ ລັດ​ເຊຍ 5 ຄົນ. ມົດ​ສະ​ກູ​ອອກ​ຖະ​ແຫຼງ​ການ​ຈະ​ໂຕ້​ຕອບ​ຄືນ​ເຊັ່ນ​ດຽວ​ກັນ - ảnh 1ສະຖານທູດ ລັດເຊຍ ປະຈຳ ຊູແອດ (ພາບ:The Moscow Times)

ວັນທີ 25 ເມສາ, ກະຊວງການຕ່າງປະເທດ ຊູແອັດ ໄດ້ແຈ້ງໃຫ້ຊາບວ່າ ໄດ້ເນລະເທດພະນັກງານການທູດ ລັດເຊຍ 5 ຄົນ ດ້ວຍເຫດຜົນທີ່ວ່າ ບຸກຄົນເຫຼົ່ານີ້ “ມີການເຄື່ອນໄຫວທີ່ບໍ່ສອດຄ່ອງກັບກົດບັດ ວຽນ ກ່ຽວກັບການພົວພັນຕ່າງປະເທດ”. ຖະແຫຼງການຂອງກະຊວງການຕ່າງປະເທດ ຊູແອັດ ໃຫ້ຮູ້ວ່າ ໄດ້ຮຽກຕົວເອກອັກຄະລັດຖະທູດ ລັດເຊຍ ປະຈຳປະເທດນີ້ ເພື່ອແຈ້ງໃຫ້ຊາບກ່ຽວກັບຂໍ້ຕົກລົງດັ່ງກ່າວ, ຕາມນັ້ນແລ້ວ ຮຽກຮ້ອງໃຫ້ພະນັກງານສະຖານທູດ ລັດເຊຍ 5 ຄົນອອກຈາກປະເທດນີ້. ເມື່ອເດືອນເມສາ ປີ 2022, ຊູແອັດ ກໍໄດ້ເນລະເທດພະນັກງານການທູດຂອງ ລັດເຊຍ 3 ຄົນ ພາຍຫຼັງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນ ໃນທ້າຍເດືອນກຸມພາ 2022.

        ປະຕິກິລິຍາຕໍ່ການກະທຳໃໝ່ຂອງ Stokholm, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການໃນທັນທີວ່າ ຈະມີມາດຕະການຄ້າຍຄືກັນເພື່ອໂຕ້ຕອບຄືນຂໍ້ຕົກລົງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ