ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ສົ່ງ​ອອກ​ໃຫ​້​ແກ່​ວິ​ສາ​ຫ​ະ​ກິດຂະ​ໜາດ​ກາງ​ ແລະ ນ້ອຍ ໂດຍ​ແມ່​ຍິງ​ເປັນ​ເຈົ້າ​ຂອງ

(VOVWORLD) - ຕອນເຊົ້າວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບຄູ່ຮ່ວມມື ສ.ເກົາຫຼີ ແລະ ບັນດາສະມາຊິກ ອາຊຽນ ຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ອາຊຽນ ກ່ຽວກັບການຍົກສູງກຳລັງຄວາມສາມາດສົ່ງອອກໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ”.
ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ສົ່ງ​ອອກ​ໃຫ​້​ແກ່​ວິ​ສາ​ຫ​ະ​ກິດຂະ​ໜາດ​ກາງ​ ແລະ ນ້ອຍ ໂດຍ​ແມ່​ຍິງ​ເປັນ​ເຈົ້າ​ຂອງ - ảnh 1ທ່ານນາງ ມາຍທິຖຸ່ຍ, ປະທານສະມາຄົມວິສາຫະກິດເພດຍິງຂະໜາດກາງ ແລະ ນ້ອຍ ນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ພິທີ (ພາບ: congthuong.vn)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລື, ແບ່ງປັນປະສົບການບົດຮຽນໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງເພື່ອຍົກສູງກຳລັງແກ້ງແຍ້ງ ແລະ ປົວແປງຄວາມສາມາດແຊກຊຶມກັບຕະຫຼາດທົ່ວໂລກ, ພ້ອມທັງຍົກອອກຂໍ້ສະເໜີແນະກ່ຽວກັບນະໂຍບາຍ ແນໃສ່ຊຸກຍູ້ກຳລັງສົ່ງອອກຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ ໄດ້ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ທ່ານນາງ ມາຍທິຖຸ່ຍ, ປະທານສະມາຄົມວິສາຫະກິດເພດຍິງຂະໜາດກາງ ແລະ ນ້ອຍ ນະຄອນ ຮ່າໂນ້ຍ ຖືວ່າ:

“ລັດຖະບານກໍໄດ້ວາງອອກນະໂຍບາຍໜູນຊ່ວຍຫຼາຍຢ່າງໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຂ້າພະເຈົ້າຖືວ່າ ແມ່ນທັນການທີ່ສຸດ. ແຕ່ປັດຈຸບັນ, ເພື່ອໃຫ້ວິສາຫະກິດສືບຕໍ່ຜະລິດ, ດຳເນີນທຸລະກິດໄດ້ດີນັ້ນ, ລັດຕ້ອງສືບຕໍ່ວາງນະໂຍບາຍທີ່ດີກວ່າອີກ. ຕົວຢ່າງຄື ມີກົນໄກແນວໃດເພື່ອໃຫ້ບັນດາວິສາຫະກິດຜະລິດແບບຍືນຍົງ ແລະ ອຳນວຍຄວາມສະດວກແກ່ວິສາຫະກິດໃຫ້ຫຼາຍກວ່າອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ