ຍົກສູງກຳລັງບົ່ມຊ້ອນດ້ານວິທະຍາສາດເຕັກໂນໂລຊີຮຽກຮ້ອງຕ້ອງມີຄວາມມານະພະຍາຍາມເປັນພິເສດ

ຍົກສູງກຳລັງບົ່ມຊ້ອນດ້ານວິທະຍາສາດເຕັກໂນໂລຊີຮຽກຮ້ອງຕ້ອງມີຄວາມມານະພະຍາຍາມເປັນພິເສດ - ảnh 1
(ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫວູ​ດຶກ​ດາມ)

(vovworld)- ​ “ປະ​ຊາ​ຄົມ​ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ, ໃນ​ນັ້ນ​ມີ​ ຂະ​ແໜງຟີ​ຊິກ​ ຄວນ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ, ດ້ວຍ​ການ​ກະ​ທຳ​ແທດ​ຈິງ ໃນ​ການ​ຄົ້ນ​ຄ້​ວາ, ສິດ​ສອນ ປະ​ກອບ​ສ່ວນ​ນຳ​ກຳ​ລັ​ງ​ບົ່ມ​ຊ້ອນ ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ປະ​ເທດ ​ໃຫ້ພັດ​ທະ​ນາ​​ຢ່າງ​ບຸກ​ທະ​ລຸ”. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫວູ​ດຶກ​ດາມ ໄດ້​ເນັ້ນ​ໜັກສິ່ງ​ດັ່ງ​ກ່າວ ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ຟີ​ຊິກ​ຫວຽດ​ນາມ ຄົບ​ຮອບ 50 ປີ ແລະ ເປີດກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຟີ​ຊິກ​ທົ່ວ​ປະ​ເທດ ຄັ້ງ​ທີ 8, ດຳ​ເນີນ​ໃນ​ຕອນ​ເຊົ້າ  ​ວັນ​ທີ 6/11 ຢູ່​ຮ່າ​ໂນ້ຍ. ຕາມ ທ່ານ ຮອງນາ​ຍົກ​ລັດຖະ​ມົນ​ຕີ, ໃນ 50 ປີ ຜ່ານ​ມາ, ພ້ອມ​ກັບ​ປະ​ຊາ​ຄົມ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຟີ​ຊິກ, ສະ​ມາ​ຄົມ​ຟີ​ຊິກ​ຫວຽດ​ນາມ ໄດ້​ມີ​ບັນ​ດາປະ​ກອບ​ສ່ວນ​ທີ່​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈທີ່​ສຸດ ​ເຂົ້າໃນ​ພາ​ລະ​ກິດ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ການ​ສຶກ​ສາ ເວົ້າ​ສະ​ເພາະ ແລະ ​ການສ້າງສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ເວົ້າ​ລວມ. ​ມີຫຼາຍ​ໂຄງ​ການ​ຄົ້​ນ​ຄ້​ວາ ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຟີ​ຊິກ​ຫວຽດ​ນາມ ໄດ້​ຖືກ​ໝູນ​ໃຊ້, ຜັນ​ຂະ​ຫຍາຍ​ ໃນ​ການ​ສູ້ຮົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນທີ່ສຸດ, ກາຍ​ເປັນ​ຄວາມເອກ​ອ້າງ​ທະ​ນົງ​ໃຈ ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ.

        ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ: ໂລກ​ ປັດ​ຈຸ​ບັນ​ນີ້ ມີ​ອຸ​ປະ​ກອນ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້ໃໝ່ຫຼາຍ​ທີ່​ສຸດ ​ແມ່ນລ້ວນ​ແຕ່​​ອີງ​ໃສ່​ບັນ​ດາການ​ປະ​ດິດ​ໃໝ່ ​ຂອງວິ​ທະ​ຍາ​ສາດ​ພື້ນ​ຖານ, ​ສ່ວນຫຼາ​ຍ​ມ່​ນ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາກົດ​ເກນ​ ຂອງ​ຟີ​ຊິກ. ດັ່ງ​ນັ້ນ​ອະ​ນາ​ຄົດ​ ຂອງ​ປະ​ເທດ ​ຈຳ​ເປັນ​ຕ້ອງ​ມີ​ການ​ການ​ປະ​ກອບ​ສ່ວນບໍ່​ໜ້ອຍ​ ຂອງ​ປະ​ຊາ​ຄົມ​ວິ​ທະ​ຍາ​ສາດ, ໃນ​ນັ້ນ​ມີວົງ​ການ​ວິ​ທະ​ຍາ​ສາດ​ຟີ​ຊິກ, ສະ​ມາ​ຄົມ​ຟີ​ຊິກ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ