ຍົກສູງກຳລັງແກ່ງແຍ້ງ-ປັດໃຈຕັດສິນໃນການເພີ່ີມທະວີການສົ່ງອອກ

ຍົກສູງກຳລັງແກ່ງແຍ້ງ-ປັດໃຈຕັດສິນໃນການເພີ່ີມທະວີການສົ່ງອອກ - ảnh 1
(ພາບປະກອບ)

(vovworld) – ​ ຕາມ​ກົມ​ໃຫຍ່​ສະຖິຕິ​ແລ້ວ, ​ໄລ່​ຮອດ​ທ້າຍ​ເດືອນ 1, ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງ ຫວຽດນາມ ບັນລຸ​ເກືອບ 14 ຕື້ USD, ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບາງ​ປະ​ເພດ​ສິນຄ້າ​ພາຍ​ໃນ​ປະ​ເທດບັນລຸ​ວົງ​ເງິນ​ສົ່ງ​ອອດສູງ​ພໍ​ສົມຄວນ​ຄື: ​ໂທລະ​ສັບ ​ແລະ ​ເຄື່ອງ​ອາ​ໄຫຼ່; ​ເອ​ເລັກ​ໂຕ​ນິກຄອມ​ພິວ​ເຕີ. ຈີນ ຍັງ​ແມ່ນ​ຕະຫລາຍ​ນຳ​ເຂົ້າ​ໃຫຍ່​ສຸດ ດ້ວຍ​ວົງ​ເງິນຄາດ​ວ່າ​ ບັນລຸ 4,4 ຕື້ USD, ຖັດມາ​ແມ່ນ ອາ​ຊຽນ, ຍີ່ປຸ່ນ, ສະຫະພາບ ​ເອີ​ລົບ…​ຕາມ​ທ່ານ​ນາງ ​ເລ​ທິມິ​ງ ຖູຍ ຫົວໜ້າ​ກົມ​ສະຖິຕິ​ການ​ຄ້າ ​ແລະ ການ​ບໍລິການ, ກົມ​ໃຫຍ່​ສະຖິຕິ​ ​​ແລ້ວ:

        “ວິ​ສາ​ຫະກິດ​ຄວນ​ເພີ່ມ​ທະວີ​ກຳລັງ​ແກ່ງ​ແຍ້​ງ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ, ຮ່ວມ​ທຸລະ​ກິດ​​ຜະລິດ​ພາຍ​ໃນ​ປະ​ເທດ ​ເພື່ອ​ຍົກ​ສູງອັດຕາ​ສ່ວນ​ໃນລະບົບ​ມູນ​ຄ່າ​ທົ່ວ​ໂລກຂອງ​ສິນຄ້າແຕ່​ລະ​ໝວດ. ຕ້ອງ​ມີ​ບັນດາ​ແຜນ​ການ​ຢ່າງຈະ​ແຈ້ງ, ​ສຳລັບ​ສິນຄ້າແຕ່​ລະໝວດ ​ແລະ ສຳລັບ​ບັນດາ​ສັນຍາ FTA ພວກ​ເຮົາ​ຖື​ວ່າ: ວິ​ສາ​ຫະກິດ ຄວນ​ມີ​ຂໍ້​ມູນ​ຂ່າວຢ່າງລະອຽດ. ພິ​ເສດ, ບົດບາດ​ຂອງ​ບັນດາ​ສະຫະ​ສະມາຄົມ​ຂະ​ແໜງ​ສິນຄ້າແມ່ນ​ສຳຄັນທີ່​ສຸດ ​ເພື່ອ​ເຮັດ​ແນວ​ໃດ ວິ​ສາ​ຫະກິດ ສາມາດຄາດ​ນະ​ເນ​ລ່ວງ​ໜ້າ​ໄດ້​ບັນດາ​ສິ່ງ​ທ້າ​ທາຍ ກໍ່​ຄື​ກາລະ​ໂອກາດ ​ແລະ ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ຕົນ.ນັ້ນ​ແມ່ນ​ບັນດາ​ປັດ​ໃຈ​ສຳຄັນ​ໃນ​​ການເພີ່ມ​ທະວີການ​ສົ່ງ​ອອກ”.


ຂ່າວ/ບົດ​ອື່ນ