ຍົກສູງກຳລັງແກ່ງແຍ້ງແຫ່ງຊາດໃຫ້ວິສາຫະກິດໃນຂົງເຂດອາກອນແລະພາສີ

ຍົກສູງກຳລັງແກ່ງແຍ້ງແຫ່ງຊາດໃຫ້ວິສາຫະກິດໃນຂົງເຂດອາກອນແລະພາສີ - ảnh 1
ທ່ານ​ ຫງວຽນທ້ຽນ​ເຍີນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບອິນເຕີແນັດ)

(vovworld) - ​ ​ ຕອນ​ເຊົ້າວັນ​ທີ 07/03, ຢູ່​ຮ່າ​ໂນ້ຍ, ​ໄດ້ດຳ​ເນີນ​ກອງ​ປະຊຸມສະຫລຸບການ​ເຄື່ອນ​ໄຫວ​ໂຄງການ​ຕິດຕາມ​ກວດກາ​ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ​ໃນ​ຂົງ​ເຂດ​ອາກອນ ​ແລະ ພາສີ​ປີ 2015 ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ແຜນການ​ປີ 2016. ​ປີ 2015 ໂຄງການ​ໄດ້​ຍົກ​ອອກ​ມາ​ບັນດາ​ການ​ຕີ​ລາຄາຢ່າງ​ພາລະ​ວິ​ໄສ ​ແລະ ​ເອກະ​ລາດ, ປະກອບສ່ວນ​ຊຸກຍູ້ວິວັດ​ການ​ປະຕິຮູບ​ລະບອບ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນທ້ຽນ​ເຍີນ ຖື​ວ່າ:

        “​ໃນ​ປີ​ນີ້, ຄຽງ​ຂ້າງ​ການ​ຕິດຕາມ​ກວດການັ້ນ: ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ສະຫະພັນ​ສະຫະກອນ ຫວຽດນາມ​, ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ສະມາຄົມ​ນັກທຸລະກິດ​ໜຸ່ມ ຫວຽດນາມ ມີ​ລາຍການຝຶກ​ອົບຮົມ ​ແລະ ກວດກາ​​ເພື່ອ​ໃຫ້​ຮູ້ປະຈຸ​ບັນ​ມີ​ເທົ່າ​ໃດ​​ອົງການສະມາຊິກ​ກຳ​ແໜ້ນ​ກົດໝາຍ​ອາກອນ ​ແລະ ພາສີ ຖືກ​ຕາມ​ຈິດ​ໃຈ​ເຊື່ອມ​ໂຍງ. ​ໂດຍ​ຜ່ານ​ໝາກ​ຜົນປີ 2015 ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ໂດຍ​ກົງ ​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ. ຜ່ານ​ນັ້ນ ຢືນຢັນ​ປີ 2016, ຫວຽດນາມ ​ໄດ້​ກຽມພ້ອມ​ເຊື່ອມ​ໂຍງ​ຢ່າງ​ຕັ້ງໜ້າ ​ເພື່ອ​ປະຕິບັດຂັ້ນ​ຕອນ: ຈົດ​ທະບຽນ​ພາສີ​ເອ​ເລັກ​ໂຕ​ນິກ, ​ແຈ້ງ​ພາສີ​ເອ​ເລັກ​ໂຕ​ນິກ ”

 

ຂ່າວ/ບົດ​ອື່ນ