ຍົກສູງຄຸນນະພາບການ ເຄື່ອນໄຫວຕິດຕາມ ກວດກາຂອງສະພາ ແຫ່ງຊາດ

ຍົກສູງຄຸນນະພາບການ ເຄື່ອນໄຫວຕິດຕາມ ກວດກາຂອງສະພາ ແຫ່ງຊາດ - ảnh 1

(ພາບ: baohaiquan.vn)

(vovworld)-  ຕອນ​ເຊົ້າວັນ​ທີ 8/8, ຢູ່​ນະຄອນ​ດ່າ​ນັງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຕາມ​ກົດໝາຍ​ວ່າ​ດ້ວຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດປີ 2003. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຮິງ​ຫງອກ​ເຊີນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ຕີ​ລາຄາ​ວ່າ, ຜ່ານ​ການຜັນ​ຂະຫຍາຍ​ກົດໝາຍ​ມາ​ເປັນ​ເວ​ລາ 10 ປີ, ຕໍ່ໜ້າ​ບັນດາ​ການ​ປ່ຽນ​ແປງ, ຄວາມ​ຮຽກຮ້ອງ​ຕົວ​ຈິງ, ຕອບ​ສະໜອງ​ສະພາບ​ການ​ໃໝ່, ​ເຖິງ​ເວລາ​ແລ້ວທີ່​ຈະ​ຕ້ອງການ​ສະຫລຸບ​ຕີ​ລາ​ຄາຢ່າງຮອບດ້ານ​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດປີ 2003. ຈາກ​ນັ້ນຈະ​ມີ​ພື້ນຖານ​ເພື່ອ​ສ້າງ​ລະບົບ​ກົດໝາຍ​ສຳ​ເລັດ, ຮັບປະກັນ​ໃຫ້ການເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ໃຫ້ບັນລຸ​ປະສິດທິ​ຜົນ​ສູງ​ກ່ວາ:

  “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ສຸມ​ໃສ່​ປຶກສາ​ຫາລື ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບການເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ. ບັນດາ​ຂໍ້​ສະ​ເໜີ, ຕີ​ລາຄາ​ຕ້ອງ​ເລີ່​ມຈາກ​ຕົວ​ຈິງ​ພາວະ​ວິ​ໄສ​ໃນ​ການເຄື່ອນ​ໄຫວ​ຕິດຕາມ​ກວດກາ​, ພ້ອມ​ທັງ​ຕິດ​ພັນ​ກັບ​ຄວາ​ມຮຽກຮ້ອງ​ທີ່​ວາງ​ອອກ​ໃນ​ການ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ກໍ່​ຄື​ຄວາ​ມຮຽກຮ້ອງ​ພາວະ​ວິ​ໄສ​ຂອງ​ຊີວິດ ​ແລະ ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ “.

 

 

ຂ່າວ/ບົດ​ອື່ນ