ຍົກສູງຄຸນນະພາບແຫຼ່ງເງິນລົງທຶນຈາກຕ່າງປະເທດ ເຂົ້າຫວຽດນາມ

ຍົກສູງຄຸນນະພາບແຫຼ່ງເງິນລົງທຶນຈາກຕ່າງປະເທດ ເຂົ້າຫວຽດນາມ - ảnh 1
ພາບ​ປະກອບ

(vovworld) - ກອງປະຊຸມສຳ​ມະ​ນາວ່າ​ດ້ວຍ “ມາດ​ຕະການ​ຊຸກຍູ້ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ” ຈະ​ຖືກ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ​ໃນ​ວັນ​ທີ 15/3. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 8/3 ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ​ໄລ່​ຮອດທ້າຍ​​ເດືອນ 2/2012, ຍອດ​ຈຳ​ນວນ​ໂຄງການ​ລົງທຶນ​ຂອງ​ຕ່າງປະ​ເທດ​ຍັງ​ມີ​ຜົນ​ບັງຄັບ​ໃຊ້​ຢູ່​ຫວຽດນາມ ​ແມ່ນ​ມີກ່ວາ 13.500 ​ໂຄງການ, ດ້ວຍ​ຍອດ​ທຶນ​ຈົດ​ທະ​ປຽນ​ເກືອບ 200 ຕື້ USD. ການ​ເຄື່ອນ​ໄຫວ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຢູ່​ຫວຽດນາມ​​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ປະກອບສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ພື້ນຖານ​ເສດຖະກິດ​ພັດທະນາ​ຕາ​ມທິດປ່ຽນ​ໃໝ່, ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄ້າງ​ບັນດາ​ໝາກຜົນ​ອັນ​ຕັ້ງໜ້າ, ​ສະພາບ​ຕົວຈິງ​ການລົງທຶນ​ຂອງ​ຕ່າງປະ​ເທດເຂົ້າ​ຫວຽດນາມ ກໍ​ສະ​ແດງ​​ໃຫ້​ເຫັນສິ່ງຈຳກັດ​ຫຼາຍ​ຢ່າງ. ດັ່ງ​ນັ້ນ, ການຊຸກຍູ້ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ​ແມ່ນ​ໜຶ່ງ​​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ການ​ສຳ​ມະ​ນາດັ່ງກ່າວ ​ເຊິ່ງ​ເປັນ​ການ​ຕອບ​ສະໜອງ​ຄຳ​ສະ​ເໜີ​ຂອງ​ລັດຖະບານ ກ່ຽວ​ກັບ​ຍົກສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ແຫຼ່ງ​ເງິນ​ລົງທຶນຂອງ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ.

ຂ່າວ/ບົດ​ອື່ນ