ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ

(VOVWORLD) -ປີ 2023, ຫວຽດນາມ ໄດ້ຕັ້ງເປົ້າໝາຍສົ່ງແຮງງານ ໄປເຮັດວຽກຢູ່ຕ່າງປະເທດ. ຫວຽດນາມ ໃຫ້ໄດ້ 110.000 ຄົນ ຈະສືບຕໍ່ໃຫ້ບຸລິມະສິດແກ່ການຜັນຂະຫຍາຍບັນດາຕະຫຼາດມູນເຊື້ອ ແລະ ຮັບແຮງງານຈຳນວນຫຼາຍມາເຮັດວຽກຢູ່ ຫວຽດນາມ, ເປັນຕົ້ນແມ່ນ: ຍີ່ປຸ່ນ, ໄຕ້ຫວັນ (ຈີນ) ແລະ ສ.ເກົາຫຼີ.
ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ - ảnh 1ທ່ານ ຫງວຽນຢາລຽມ, ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ (ພາບ: VOV)

ໄປຄຽງຄູ່ກັນນັ້ນ, ພັດທະນາຕະຫຼາດຢູ່ບາງປະເທດເອີຣົບ ແລະ ສິງກະໂປ ມີຫຼາຍຂະແໜງອາຊີບມີເງື່ອນໄຂເຮັດວຽກທີ່ດີ, ນຳມາເຊິ່ງລາຍຮັບຖາວອນໃຫ້ແກ່ຜູ້ອອກແຮງງານ. ຫວຽດນາມ ກໍພວມຂະຫຍາຍບາງຕະຫຼາດແຮງງານທີ່ສາມາດຮັບເອົາແຮງງານ ຫວຽດນາມ ດ້ວຍລາຍຮັບສູງ, ເປັນຕົ້ນແມ່ນ ອົດສະຕາລີ ແລະ ອິດສະຣາແອັນ. ຕາມທ່ານ ຫງວຽນຢາລຽມ, ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ແລ້ວ, ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານຕ່າງປະເທດ ກໍຄື ເພີ່ມຈຳນວນແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ, ຫວຽດນາມ ຈະສືບຕໍ່ເອົາໃຈໃສ່ຕໍ່ການຍົກສູງຄຸນນະພາບຂອງແຫຼ່ງແຮງງານ.

 


ຕອບກັບ

ຂ່າວ/ບົດ​ອື່ນ