ຍົກສູງຄວາມຮັບຮູ້ ແລະ ກຳລັງຄວາມສາມາດຂອງອະນຸພາກພຶ້ນ ແມ່ນ້ຳຂອງ ກ່ຽວກັບການເຕີບໂຕຂຽວ

(VOVWORLD) -ຕອນເຊົ້າວັນທີ 16 ຕຸລາ, ທີ່ນະຄອນ ຮ້າລອງ, ແຂວງ ກວ໋າງນິງ, ໄດ້ດຳເນີນກອງປະຊຸມສຳມະນາ ຍົກສູງກຳລັງຄວາມສາມາດປີ 2018 ລະຫວ່າງ ສະຖາບັນສິ່ງແວດລ້ອມ ສ.ເກົາຫຼີ  ແລະ ສະຖາບັນ ບັນດິດວິທະຍາສາດ ຫວຽດນາມ, ສະຖາບັນວິທະຍາສາດ ສັງຄົມລາວ ແລະ ສະຖາບັນ ບັນດິດລາຊະວົງ ກຳປູເຈຍ. 

  ດ້ວຍຫົວຂໍ້ “ຫັນປ່ຽນຂຽວໃຫ້ແກ່ການຄ້ຳປະກັນດ້ານພະລັງງານ ແລະ ຄ້ຳປະກັນດ້ານແຫຼ່ງນ້ຳໃນອະນຸພາກພື້ນແມ່ນນ້ຳຂອງ”, ບັນດາຜູ້ແທນເຂົ້າຮ່ວມໄດ້ປຶກສາຫາລື 3 ເນື້ອໃນຂອງຍຸດທະສາດ, ນະໂຍບາຍ ແລະ ສິ່ງທ້າທາຍສຳລັບການຫັນປ່ຽນຂຽວ ໃຫ້ແກ່ພະລັງງານ ອະນຸພາກພື້ນ ແມ່ນ້ຳຂອງ, ໂດຍສະເພາະແມ່ນການພົວພັນ ລະຫວ່າງ ການຄ້ຳປະກັນ ດ້ານພະລັງງານ ແລະ ການຄ້ຳປະກັນດ້ານແຫຼ່ງນ້ຳຢູ່ ລາວ, ກຳປູເຈຍ, ຫວຽດນາມ. ກອງປະຊຸມສຳມະນາ ກໍ່ໄດ້ສຸມໃສ່ການປຶກສາຫາລື ກຳນົດທິດ ນະໂຍບາຍ ແລະ ການຮ່ວມມືກໍ່ສ້າງໃຫ້ແກ່ ການຫັນປ່ຽນຂຽວກ່ຽວກັບພະລັງງານ, ພ້ອມນັ້ນ ແບ່ງປັນປະສົບການ ແລະ ບັນດາຂໍ້ລິເລີ່ມເລື່ອງ ການຄ້ຳປະກັນ ດ້ານພະລັງງານ ແລະ ການຄ້ຳປະກັນ ດ້ານແຫຼ່ງນ້ຳ. ທ່ານ ສາດສະດາຈານ, ປະລິນຍາເອກ ດັ້ງງວຽນແອັງ, ຮອງປະທານສະຖາບັນ ບັນດິດວິທະຍາສາດ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

“ຜົນກອງປະຊຸມສຳມະນາໃນມື້ນີ້ ຈະປະກອບສ່ວນຍົກສູງຄວາມຮັບຮູ້, ກຳລັງຄວາມສາມາດ, ລະຫວ່າງ ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ຂອງມວນຊົນ ກໍ່ຄືປະກອບສ່ວນເຂົ້າໃນການກຳນົດທິດຄົ້ນຄວ້າ ແລະ ວາງແຜນນະໂຍບາຍ ເພື່ອປະຕິບັດບັນດາເປົ້າໝາຍລວມ ຂອງອະນຸພາກພື້ນແມ່ນ້ຳຂອງ ຢ່າງມີຜົນສຳເລັດ ນັ້ນແມ່ນການພັດທະນາແບບຍືນຍົງ ແລະ ການຫັນປ່ຽນຂຽວ ໃຫ້ແກ່ການຄ້ຳປະກັນດ້ານພະລັງງານ ແລະ ການຄ້ຳປະກັນດ້ານແຫຼ່ງນ້ຳ”.

ຕອບກັບ

ຂ່າວ/ບົດ​ອື່ນ