ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທ​ົ່ວ​ສັງ​ຄົ​ມ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ນັບແຕ່ອັນດັບທີ 88 ໃນປີ 2015, ຮອດປີ 2020, ສະຫະປະຊາຊາດ ຈັດ ຫວຽດນາມ ຢືນຢູ່ອັນດັບ 49 ກ່ຽວກັບດັດຊະນີພັດທະນາແບບຍືນຍົງຂອງບັນດາປະເທດ, ບັນດາພື້ນຖານເສດຖະກິດ. 
ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທ​ົ່ວ​ສັງ​ຄົ​ມ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມ ອັບເດດສະພາບການໃນໄລຍະ 5 ປີຜ່ານມາ (ພາບ: VGP)

ຕອນບ່າຍວັນທີ 4 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ປະທານສະພາພັດທະນາແບບຍືນຍົງ ແລະ ຍົກສູງກຳລັງແກ້ງແຍ້ງ ແຫ່ງຊາດ ໄດ້ເປັນປະທານກອງປະຊຸມ ເພື່ອແນໃສ່ອັບເດດສະພາບການໃນໄລຍະ 5 ປີຜ່ານມາ; ນຳສະເໜີມາດຕະການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນໄລຍະຈະມາເຖິງ. ນັບແຕ່ອັນດັບທີ 88 ໃນປີ 2015, ຮອດປີ 2020, ສະຫະປະຊາຊາດ ຈັດ ຫວຽດນາມ ຢືນຢູ່ອັນດັບ 49 ກ່ຽວກັບດັດຊະນີພັດທະນາແບບຍືນຍົງຂອງບັນດາປະເທດ, ບັນດາພື້ນຖານເສດຖະກິດ. ໝາກຜົນການພັດທະນາແບບຍືນຍົງຂອງ ຫວຽດນາມ ໃນໄລຍະຜ່ານມາໄດ້ຮັບການຕີລາຄາສູງຈາກ ສປຊ ແລະ ກາຍເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບຄວາມຫວັງຫຼາຍທີ່ສຸດກ່ຽວກັບການປະຕິບັດເປົ້າໝາຍຕ່າງໆ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ໄດ້ວາງອອກ, ພິເສດແມ່ນໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ຜັນແປຢ່າງສັບສົນນັ້ນ, ບັນດາສະມາຊິກໃນສະພາໄດ້ເຫັນດີເປັນເອກະພາບວ່າ ຫວຽດນາມ ບໍ່ດັດປັບເນື້ອໃນ, ຕັດສິນໃຈປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ