ຍົກສູງນຳ້ໃຈມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຈະປະກອບສ່ວນຊຸກຍູ້ ການຮ່ວມມືໃນພາກພື້ນ

ຍົກສູງນຳ້ໃຈມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຈະປະກອບສ່ວນຊຸກຍູ້ ການຮ່ວມມືໃນພາກພື້ນ - ảnh 1
(ທ່ານ​ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama)

(vovworld) – ຍົກ​ສູງ​ນຳ້​ໃຈ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ຈະ​ປະກອບສ່ວນຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ທ່ານ​ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama ​ໄດ້​ຢັ້ງຢືນຄື​ດັ່ງກ່າວ​ໃນ​ການ​ຕອບສຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມ ສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ ການ​ຢ້ຽມຢາມ​ຍີ່ປຸ່ນ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ. ທ່ານ Yukio Hatoyama ​ເນັ້ນໜັກ​ວ່າ ທັງ​ສອງ​ປະ​ເທດ​ມີ​ບົດບາດ​ສຳຄັນ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ມີ​ຫຼາຍ​ຂົງ​ເຂດ​ສາມາດ​ຮ່ວມ​ມື​ນຳ​ກັນ​ໄດ້​ຄື: ພະລັງງານ, ສິ່ງ​ແວດ​ລ້ອມ.... ສິ່ງ​ສຳຄັນ​ແມ່ນ​ທັງ​ສອງ​ປະ​ເທດ​ຄວນ​ຍົກອອກ​​ບັນດາ​ໂຄງການ​ຮ່ວມ​ມື​ຢ່າງ​ລະອຽດ ​ແລະ ສົ່ງ​ເສີມ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ນັ້ນ.

ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຍີ່ປຸ່ນ​ບໍ່​ພຽງ​ແຕ່​ແມ່ນ​ການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ເທົ່າ​ນັ້ນ, ຫາກ​ຍັງແມ່ນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເພື່ອນ​ມິດ​ນຳ​ກັນ. ປະຊາຊົນ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ​​ແລະ​ກັນ. ຂ້າພະ​ເຈົ້າ​ຄິດ​ວ່າ, ຫວຽດນາມ​ ແມ່ນ​ປະ​ເທດ​ທີ່​ຍີ່ປຸ່ນ​​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ. ມີ​ຫຼາຍ​ເຫດການ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນສ້າງ​ຕັ້ງ​ ​ສາຍ​ພົວພັນ​ທາງ​ການ​ທູດ, ຜ່ານ​ນັ້ນ​ເຮັດ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ຍິ່ງ​ມີ​ຄວາມ​ເຂົ້າ​ໃຈ​ກັນ​ກວ່າ“.

​ຕາມ ທ່ານ Yukio Hatoyama ແລ້ວ ການ​ສ້າງສາ​ຍພົວພັນ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ການ​ນຳ​ສອງ​ປະ​ເທດ ​ແມ່ນ​ສິ່ງ​ທີ່​ມີຄ່າ​ສຳລັບ​ຍີ່ປຸ່ນ. ທ່ານ​ຖື​ວ່າ, ຄວາມ​ຈຳ​ເປັນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ຫວຽດນາມ ​ໃນ​ປະຈຸ​ບັນ ​ແມ່ນ​ບຳລຸງ​ສ້າງ​ນັກ​ເຕັກນິກ​ໜຸ່ມ ຊຳນານ​ງານ​ໃຫ້​ຫຼາຍ. ​ເພື່ອ​ເຮັດ​ສິ່ງ​ດັ່ງກ່າວ​ໃຫ້​ໄດ້, ຫວຽດນາມ​ຄວນ​ນຳ​ໃຊ້​ຮູບ​ແບບ​ໂຮງຮຽນ​ບຳລຸງ​ສ້າງ​ວິຊາ​ສະ​ເພາະ​ຄື​ຂອງ​ຍີ່ປຸ່ນ.

 

ຂ່າວ/ບົດ​ອື່ນ