ຍົກສູງບົດບາດຂອງສະພາແຫ່ງຊາດຫວຽດນາໃນປະຊາຄົມອາຊຽນ

ຍົກສູງບົດບາດຂອງສະພາແຫ່ງຊາດຫວຽດນາໃນປະຊາຄົມອາຊຽນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ,
ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ​້າມບິ່ງ​ມິ​ງ

(ພາບ: VGP)

(vovworld) – ຕອນ​ເຊົ້າ​ວັນ​ທີ 18/08, ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ ​ໄດ້​ເປັນ​ປະທານ​ວາລະ​ອະພິ​​ປາຍ​ກ່ຽວ​ກັບ “ປະຊາ​ຄົມ​ອາ​ຊຽນ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ”. ທີ່​ວາລະ​ອະ​ພິປາຍ, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບາງ​ກະຊວງ, ຂະ​ແໜງການ​ທີ່​ກ່ຽວ​ຂ້ອງ ​ໄດ້​ສະ​ໜອງ​ໃຫ້​ບັນດາ​ສະມາຊິກ​ສະ​ພາ​ແຫ່​ງຊາດ ວິ​ໄສ​ທັດລວມ​ກ່ຽວ​ກັບ​ປະຊາ​ຄົມ​ອາ​ຊຽນ, ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ເມື່ອ​ປະຊາ​ຄົມ​ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ຍົກ​ອອກ​ບາງ​ຄຳ​ສະ​ເໜີ​​ແນະ​​ເພື່ອ​ຍົກ​ສູງ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ ສຳລັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ປະຊາ​ຄົມ​ອາ​ຊຽນ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ​້າມບິ່ງ​ມິ​ງ ​ແລ້ວ, ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ຈະ​ປະກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ, ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ພາກ​ພື້ນ​. ນີ້​ແມ່ນ​ການ​ເຫັນ​ປ່ຽນ​ມີ​ລັກສະນະ​ຍຸດ​ທະ​ສາ​ຂອງ​ອາ​ຊຽນ ພາຍຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເປັນ​ເວລາ 48 ປີ.

        “​ເມື່ອ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ, ຈະ​ມີ​ພົນລະ​ເມືອງ​ປະມານ 600 ລ້ານ​ຄົນ, ດ້ວຍ​ຍອດ GDP ປະມານ 3000 ຕື້ USD, ມີ​ກຳລັງ​ແຮ​ງງານ​​ເປັນຈຳນວນ​ຫຼາຍ ​ແລະ ຢືນ​ອັນ​ດັບ​ທີ 3 ຖັດຈາກ​ຈີນ ​ແລະ ອິນ​ເດີຍ. ນີ້​ຈະ​​ແມ່ນ​ຕະຫຼາດໜຶ່ງ ​ແລະ ພື້ນຖານ​ຜະລິດ​​ເປັນ​ເອກະ​ພາບ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ  ​ແມ່ນ​​​ທາງ​ຜ່ານ​ຂອງ​ມະນຸດ, ສິນຄ້າ, ກາ​ນລົງ​ທຶນ, ​ແຮງ​ງານທີ່​ມີ​ສີ​ມື​​ແຮງ​ງານໃນ​ອາ​ຊຽນ, ມີພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງສະ​ໝຳສະ​ເໝີ​ກັນ, ມີ​ກຳລັງ​ແກ່ງ​ແຍ້​ງ ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ເສດຖະກິດ​ທົ່ວ​ໂລກ”.

        ທີ່​ວາລະ​ອະພິປາຍ​ໃນຕອນ​ເຊົ້າ, ຜູ້ຕາງ​ໜ້າ​ບັນດາ​ກະຊວງ, ຂະ​ແໜງ​ກາ​ນສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທິ່ກ່ຽວ​ຂ້ອງ ຊຸກຍູ້​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ ​ໃນ​ສະມັດ​ຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA); ສືບຕໍ່ປັບປຸງລະບົບ​ກົດໝາຍ​ພາຍ​ໃນ​ປະ​ເທດ​, ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ວິ​ວັດ​ການ​ເຊື່ອມ​ໂຍງ…

ຂ່າວ/ບົດ​ອື່ນ