ຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນອຸປະຖຳ ODA ແລະ ແຫຼ່ງທຶນກູ້ຢືມບຸລິມະສິດ

ຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນອຸປະຖຳ ODA ແລະ ແຫຼ່ງທຶນກູ້ຢືມບຸລິມະສິດ - ảnh 1
(ກອງ​ປະ​ຊຸມ​ຊຸກ​ຍູ້​ການ​ປ່ອຍ​ທຶນ ODA ແລະ ແຫຼ່ງ​ທຶນ​ກູ່​ຢືມ​ບຸ​ລິ​ມະ​ສິດ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 18/10, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ ODA ແລະ ແຫຼ່ງ​ທຶນກ​ູ້​ຢືມ​ບຸ​ລິ​ມະ​ສິດ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຊຸກ​ຍູ້​ການ​ປ່ອຍ​ທຶນ ODA ແລະ ແຫຼ່ງ​ທຶນ​ກູ່​ຢືມ​ບຸ​ລິ​ມະ​ສິດ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຜ່ານ​ມາ, ລັດ​ຖະ​ບານ​ໄດ້​ຊີ້​ນຳ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ ເພື່ອ​ແນ​ໃສ່​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແທ​້​ຈິງ​ກ່ຽວ​ກັບຄວາມ​ຄືບ​ໜ້າ​ໃນ​ການ​ປ່ອຍ​ແຫຼ່ງ​ທຶນ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ພາກ​ລັດ, ໃນ​ນັ້ນ​ມີ​ບັນ​ດາ​ໂຄງ​ການ​ນຳ​ໃຊ້​ທຶ​ນ ODA ແລະ ແຫຼ່ງ​ທຶນ​ກູ່​ຢືມ​ບຸ​ລິ​ມະ​ສິດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເນັ້​ນ​ໜັກ​ວ່າ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ​ຫວຽດ​ນາມ ຈະ​ສົມ​ທົບ​ກັບ​ບັນ​ດາ​ນັກ​ອຸ​ປະ​ຖ​ຳ​​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້ແຫຼ່ງ​ທຶນ​ອຸ​ປະ​ຖ​ຳ ODA ແລະ ແຫຼ່ງ​ທຶນ​ກູ້​ຢືມ​ບຸ​ລິ​ມະ​ສິດ ໃຫ້​ມີ​ປະ​ສິດ​ທິ​ຜົນ.

        ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ຊຸກ​ຍູ້​ການ​ປ່ອຍ​ເງິນ​ໃຫ້​ບັນ​ດາ​ໂຄງ​ການ ODA ແລະ ແຫຼ່ງ​ທ​ຶນ​ກູ້​ຢືມ​ບຸ​ລິ​ມະ​ສິດ. ຕາມນັ້ນ​ແລ້ວ, ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ກ່ຽວ​ກັບ ODA ແລະ ແຫຼ່ງ​ທ​ຶນ​ກູ້​ຢືມ​ບຸ​ລິ​ມະ​ສິດ ຍູ້​ແຮງ​ຂັ້ນ​ຕອນ ແລະ ລະ​ບຽບ​ການ​​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ນັກ​ອຸ​ປະ​ຖຳຢ່າງ​ກົມ​ກ່ຽວ, ສ້າງ​​ສຳ​ເລັດບັນ​ດາ​ກອບ​ກົດ​ໝາຍ​ຕາມ​ທິດ​ສຳ​ພັດ​ກັບ​ມາດ​ຕະ​ຖານ​ສາ​ກົນ​ ເພື່ອ​ແນ​ໃສ່​ຄຸ້ມ​ຄອ​ງ​ບັນ​ດາ​ແຫຼ່ງ​ທຶນ​ກ​ູ້​ຢືມ​ດັ່ງ​ກ່າວຢ່າງ​ຄົບ​ຊຸດ, ມີ​ປະ​ສິດ​ຜົນ​ …

ຂ່າວ/ບົດ​ອື່ນ